leftcenterrightdel
ນັກເຕະຂອງທີມຊາດຫວຽດນາມ ລ້ວນແຕ່ປະຕິບັດສຳເລັດແຜນການຝຶກແອບ ພາບ: VFF.

ນີ້ແມ່ນການແຂ່ງຂັນນັດທີສອງຢ່າງຕໍ່ເນື່ອງທີ່ທີມຊາດຫວຽດນາມ ຕ້ອງລົງສະໜາມແຂ່ງຂັນໂດຍບໍ່ມີຜູ້ເຂົ້າຊົມ ຍ້ອນພະຍາດໂຄວິດ-19, ແຕ່ນັກເຕະທຸກຄົນໃນທີມບໍ່ເປັນຫ່ວງ. ທີ່ການຝຶກແອບຫຼ້າສຸດ, ບັນດານັກເຕະໄດ້ຝຶກແອບໃນເວລາເກືອບສອງຊົ່ວໂມງ. ນອກຈາກນັ້ນ, ບັນດາເຕັກນິກ ແລະຍຸດທະວິທີຂອງທີມໂດຍຄູຝຶກ Park Hang-seo ແມ່ນຊີ້ນຳນຳພາຢ່າງລະມັດລະວັງ. ສິ່ງທີ່ໜ້າຊົມເຊີຍແມ່ນນັກເຕະທຸກຄົນລ້ວນແຕ່ປະຕິບັດສໍາເລັດແຜນການຝຶກແອບ ແລະບໍ່ມີໃຜຖືກຮັບບາດເຈັບ.

ໂດຍ: ກວຽດເຕິມ