ພາຍຫຼັງອຸ່ນເຄື່ອງຮຽບຮ້ອຍແລ້ວ, ທີມຊາດຫວຽດນາມ ໄດ້ແບ່ງເປັນກຸ່ມນ້ອຍ ເພື່ອຝຶກຊ້ອມ. ນັກເຕະ ດິ່ງຈ້ອງ, ແທ່ງຈຸງ ແລະຕ໊ຽນຢຸ້ງ ທັງ 3 ຄົນ ຫາກໍ່ກັບຄືນມາພາຍຫຼັງໄດ້ຮັບບາດເຈັບແຕ່ກໍ່ປະຕິບັດສໍາເລັດຫຼັກສູດຝຶກຊ້ອມ. ຍ້ອນເຄີຍແຂ່ງຂັນຮອບຄັດເລືອກທີ 2 World Cup 2022 ພາກພື້ນອາຊີ ຢູ່ UAE ແລ້ວ, ສະນັ້ນ ນັກເຕະຂອງທີມຊາດຫວຽດນາມ ໄດ້ລຶ້ງເຄີຍກັບອາກາດຮ້ອນເອົ້າຢູ່ທີ່ນີ້. ຕາມແຜນການ, ທີມຊາດຫວຽດນາມ ຈະຝຶກຊ້ອມມື້ລະໜຶ່ງຕອນເພື່ອກະກຽມໃຫ້ແກ່ການລົງແຂ່ງຂັນພົບກັບທີມຊາດ ຈີນ ຢູ່ຮອບຄັດເລືອກທີ 3 ເຊິ່ງຈະດໍາເນີນໃນເວລາ 0 ໂມງ ຂອງວັນທີ 8 ຕຸລາ 2021.
ໂດຍ: ໄຊຊະນະ
Type the code from the image