leftcenterrightdel
ຜົນການຈົກສະຫຼາກແບ່ງສາຍ AFF Cup 2020. ພາບ: afc.com

ຕາມຜົນການຈົກສະຫຼາກ, ທີມຫວຽດນາມ ຢູ່ໃນສາຍ B ຮ່ວມກັບມາເລເຊຍ, ອິນໂດເນເຊຍ, ກໍາປູເຈຍ ແລະລາວ. ສາຍ A ລວມມີ: ໄທ, ມຽນມາ, ຟິລິບປິນ, ສິງກະໂປ ແລະທີມຊະນະນັດແຂ່ງຂັນ Play-off ລະຫວ່າງບຣູໄນ ແລະຕີມໍເລດເຕ. ການແຂ່ງຂັນບານເຕະ AFF Cup 2020 ຄາດວ່າຈະດຳເນີນນັບແຕ່ວັນທີ 5 ທັນວາ 2021 ຫາວັນທີ 1 ມັງກອນ 2022 ແລະຍັງບໍ່ທັນກໍານົດໄດ້ປະເທດເຈົ້າພາບເທື່ອ. ໃນຮອບແຂ່ງຂັນຂອງສາຍ, ບັນດາທີມຈະແຂ່ງຂັນໝູນວຽນກັນ 1 ຮອບເພື່ອໃຫ້ຄະແນນຈັດອັນດັບ, ເລືອກເຟັ້ນທີມຢືນອັນດັບທີໜຶ່ງ ແລະທີສອງຂອງແຕ່ລະສາຍເພື່ອເຂົ້າຮອບຮອງຊະນະເລີດ.

ໂດຍ: ທະນາພອນ