leftcenterrightdel
ນັກກິລາ ຫງວຽນຕ໊ຽນມິງ ແລະຫງວຽນທຸ່ຍລີງ ຍາດໄດ້ປີ້ເຂົ້າຮ່ວມໂອແລັມປິກໂຕກຽວ ຢ່າງເປັນທາງການ. ພາບ: ຕວ໊ຽດມີງ.

ຫງວຽນຕ໊ຽນມິງ ແລະຫງວຽນທຸ່ຍລີງ ຈະເຂົ້າຮ່ວມລາຍການແຂ່ງຂັນດ່ຽວຊາຍ-ດ່ຽວຍິງຢູ່ໂອແລັມປິກໂຕກຽວ 2021. ໃນແຕ່ລະລາຍການແຂ່ງຂັນມີນັກກິລາ 38 ຄົນເຂົ້າຮ່ວມ, ແຕ່ລະປະເທດມີນັກກິລາສອງຄົນເຂົ້າຮ່ວມ, ຖ້າຫາກນັກກິລາທັງສອງຄົນລອດເຂົ້າທອັບ 16 ຂອງໂລກ. ຖ້າຢືນອັນດັບ 17 ລົງມາ, ແຕ່ລະປະເທດມີນັກກິລາເຂົ້າຮ່ວມພຽງໜຶ່ງຄົນເທົ່ານັ້ນ. ຕາມຕາຕະລາງຈັດອັນດັບບັນດານັກກິລາຫວຽດນາມ ມີເງື່ອນໄຂພຽງພໍເພື່ອເຂົ້າຮ່ວມໂອແລັມປິກໂຕກຽວ 2021. ນັກກິລາ ຫງວຽນຕ໊ຽນມິງ ພວມຖືກຈັດອັນດັບ 32/38 ຊາຍ; ຫງວຽນທຸ່ຍລີງ ຢືນອັນດັບທີ 25/38. ເປັນອັນວ່າ, ຂະແໜງກິລາຫວຽດນາມ ມີ 10 ປີ້ເຂົ້າຮ່ວມໂອແລັມປິກໂຕກຽວ 2020 ຢ່າງເປັນທາງການ.

ໂດຍ: ກວຽດເຕິມ