ຫວຽດນາມ ຍາດໄດ້ 4 ຫຼຽນ ທີ່ການແຂ່ງຂັນ Olympic ຄອມພິວເຕີສາກົນ
ກປ.ອອນໄລ - ກະຊວງສຶກສາ ແລະກໍ່ສ້າງ ໃຫ້ຮູ້ວ່າ, ນັກຮຽນຫວຽດນາມ ທັງໝົດ 4 ຄົນ ທີ່ເຂົ້າຮ່ວມການແຂ່ງຂັນ Olympic ຄອມພິວເຕີ ປີ 2025 ຢູ່ Bolivia ລ້ວນແຕ່ຍາໄດ້ຫຼຽນ, ລວມມີ 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 1 ຫຼຽນທອງ.
    |
 |
ນັກຮຽນ 4 ຄົນ ຂອງທີມຊາດຫວຽດນາມ ເຂົ້າຮ່ວມການແຂ່ງຂັນ Olympic ຄອມພິວເຕີສາກົນ ປີ 2025. ພາບ: qdnd.vn |
ໃນນັ້ນ, ນ້ອງ ເລກ໊ຽນແທ່ງ, ນັກຮຽນມໍ 7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ເລກຸຍດົນ (ແຂວງຢາລາຍ) ຍາດໄດ້ຫຼຽນຄຳ. ຜົນສຸດທ້າຍ, ຫວຽດນາມ ໄດ້ຈັດອັນດັບທີ 8 ໃນຕາຕະລາງຈັດອັນດັບຫຼຽນ, ຖັດຈາກ ຈີນ, ສ.ເກົາຫຼີ, ຣູມານີ, ສິງກະໂປ, ບຸນກາຣີ, ຮຸງກາຣີ ແລະ ຍີ່ປຸ່ນ.
ໂດຍ: ທະນາພອນ