ມະຫາວິທະຍາໄລວັດທະນະທຳສິລະປະກອງທັບ ຈັດພິທີຮຽນຈົບໃຫ້ນັກຮຽນການທະຫານຂອງລາວ
ກປ.ອອນໄລ - ຕອນເຊົ້າວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ ໄດ້ຈັດຕັ້ງພິທີມອບໃບປະກາສະນີຍະບັດໃຫ້ແກ່ນັກຽນການທະຫານຂອງລາວ ຂັ້ນປະລິນຍາຕີ ແລະຂັ້ນກາງ, ຊຸດຮຽນ 2021-2025.
ກ່າວຄຳເຫັນທີ່ພິທີ, ທ່ານພັນເອກພິເສດ, ນັກດົນຕີ ໂຮ່ຈ້ອງຕວ໊ນ, ຜູ້ອຳນວຍການມະຫາວິທະຍາໄລວັດທະນະທຳສິລະປະກອງທັບ ຢືນຢັນວ່າ: ໃນສະພາບການໂລກລະບາດໂຄວິດ-19 ຜັນແປສັບສົນ, ດ້ວຍການຊີ້ນຳຢ່າງໃກ້ຊິດ ແລະຄວາມມານະພະຍາຍາມຂອງພະນັກງານ, ຄູອາຈານ ແລະນັກຮຽນທຸກຄົນ, ຊຸດຮຽນໄດ້ປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ.
    |
 |
ທ່ານພັນເອກພິເສດ, ນັກດົນຕີ ໂຮ່ຈ້ອງຕວ໊ນ, ຜູ້ອຳນວຍການມະຫາວິທະຍາໄລວັດທະນະທຳສິລະປະກອງທັບ ກ່າວຄໍາເຫັນ. ພາບ: qdnd.vn |
ທ່ານພັນເອກ ໂຮ່ຈ້ອງຕວ໊ນ ໃຫ້ຮູ້ວ່າ: ໃນວິວັດການຮ່ຳຮຽນ, ນັກຮຽນບໍ່ພຽງແຕ່ເຂົ້າເຖິງຄວາມຮູ້ທາງທິດສະດີເທົ່ານັ້ນ, ຫາກຍັງມີໂອກາດຝຶກຝົນຫຼໍ່ຫຼອມດ້ານທັກສະ, ເຂົ້າຮ່ວມການຜະລິດຂ່າວໃນເຫດການການເມືອງໃຫຍ່ຂອງໂຮງຮຽນ ແລະກອງທັບອີກດ້ວຍ. ນັບແຕ່ປີ 2020 ເປັນຕົ້ນມາ, ທາງໂຮງຮຽນໄດ້ຜັນຂະຫຍາຍ 5 ຊຸດບໍາລຸງສ້າງຂັ້ນມະຫາວິທະຍາໄລ ຂະແໜງສື່ມວນຊົນ ໃຫ້ແກ່ນັກຽນລາວ 28 ຄົນ.
    |
 |
ທ່ານພັນໂທ ຄຳສຽນ ປະທຸມທອງ ຮອງທີ່ປຶກສາທູດປ້ອງກັນຊາດລາວ ປະຈຳຫວຽດນາມ ກ່າວຄໍາເຫັນ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີ, ທ່ານພັນໂທ ຄຳສຽນ ປະທຸມທອງ, ຮອງທີ່ປຶກສາທູດປ້ອງກັນຊາດລາວ ປະຈຳ ຫວຽດນາມ ເນັ້ນໜັກວ່າ: ວິທະຍາໄລວັດທະນະທຳ ສິລະປະກອງທັບ ແລະບັນດາອົງການກ່ຽວຂ້ອງແມ່ນຮາກຖານບໍາລຸງສ້າງທີ່ໄວ້ເນື້ອເຊື່ອໃຈ, ປະກອບສ່ວນສຳຄັນເຂົ້າໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ກອງທັບປະຊາຊົນລາວ.
    |
 |
ທ່ານພັນເອກພິເສດ, ນັກດົນຕີ ໂຮ່ຈ້ອງຕວ໊ນ ມອບໃບປະກາສະນີຍະບັດໃຫ້ແກ່ນັກຽນການທະຫານຂອງລາວ. ພາບ: qdnd.vn |
ທ່ານພັນໂທ ຄຳສຽນ ປະທຸມທອງ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະກະຊວງປ້ອງກັນປະເທດຫວຽດນາມ, ພິເສດແມ່ນຄະນະການນຳ, ພະນັກງານ, ຄູອາຈານ ແລະພາລະກອນຂອງໂຮງຮຽນ ທີ່ໄດ້ເອົາໃຈໃສ່ ແລະໜູນຊ່ວຍຢ່າງສຸດຂີດໃຫ້ວິວັດການຮ່ຳຮຽນຂອງນັກຮຽນລາວ ຢູ່ຫວຽດນາມ.
ທ່ານພັນໂທ ຄຳສຽນ ປະທຸມທອງ ກ່າວວ່າ: "ພວກເຮົາຫວັງວ່າການຮ່ວມມືໃນອະນາຄົດຈະສືບຕໍ່ໄດ້ຮັບການປັບປຸງ, ມີພະນັກງານລາວຫຼາຍຄົນໄດ້ຖືກຈັດສົ່ງໄປຮໍ່າຮຽນ ແລະເຮັດວຽກດ້ວຍຄຸນນະພາບທີ່ນັບມື້ນັບສູງຂື້ນ”.
ໂດຍ: ທູຈາງ