ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ການມາຢ້ຽມຢາມໂຮງຮຽນໃນຄັ້ງນີ້ເປັນ “ການລົງສໍາຫຼວດຕົວຈິງ” ເພື່ອຮັບຟັງບັນດາຄູອາຈານ ແລະນັກຮຽນ ຍົກອອກຂໍ້ສະເໜີ, ມາດຕະການການຮຽນ-ການສອນ, ແນໃສ່ບັນລຸເປົ້າໝາຍກໍ່ສ້າງນັກຮຽນໃຫ້ເປັນພົນລະເມືອງດີ; ຜັນຂະຫຍາຍວິທີການສິດສອນທີ່ກ້າວໜ້າຢ່າງມີປະສິດທິຜົນ; ບັນດາການເຄື່ອນໄຫວການສຶກສາຄຸນນະພາບສູງ; ສ້າງເງື່ອນໄຂໃຫ້ແກ່ນັກຮຽນຄົ້ນຄວ້າວິທະຍາສາດ, ປະດິດສ້າງເຕັກນິກ, ນຳໃຊ້ພາສາຕ່າງປະເທດໃນການສື່ສານ... ມີບົດຮຽນຕົວຈິງ ເພື່ອເພີ່ມເຕີມໃຫ້ຮ່າງມະຕິຂອງກົມການເມືອງກ່ຽວກັບການປ່ຽນແປງໃໝ່ດ້ານການສຶກສາໃນໄລຍະໃໝ່.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຮ່າໂນ້ຍ-Amsterdam. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ໂຕເລິມ ໃຫ້ຮູ້ວ່າ ເປົ້າໝາຍຂອງພັກ ແມ່ນສ້າງພື້ນຖານການສຶກສາໃໝ່, ຮອບດ້ານ, ທຽບເທົ່າກັບໂລກແຕ່ຍັງຮັກສາສີສັນວັດທະນະທຳຫວຽດນາມ; ມີລຸ້ນໜຸ່ມທີ່ບໍ່ພຽງແຕ່ມີສະຕິປັນຍາດີເດັ່ນເທົ່ານັ້ນ ຫາກຍັງມີກຳລັງກາຍດີ, ເຕັມໄປດ້ວຍສີສັນວັດທະນະທຳ, ມີຄວາມສາມາດແກ່ງແຍ້ງ ແລະຢືນຄຽງຂ້າງບັນດາປະເທດມະຫາອໍານາດຢູ່ 5 ທະວີບ, ຢືນຢັນທີ່ຕັ້ງຂອງປະເທດໃນເວທີສາກົນ. ລະບົບການສຶກສາຕ້ອງໄດ້ຮັບການປ່ຽນແປງໃໝ່ຢ່າງເລິກເຊິ່ງກວ້າງຂວາງ, ສຸມໃສ່ພັດທະນາທັກສະປະດິດສ້າງ, STEM, ພາສາຕ່າງປະເທດ, ທັກສະດີຈີຕອນ ແລະເຕັກໂນໂລຢີທັນສະໄໝ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ແລະຜູ້ແທນ ພ້ອມດ້ວຍພະນັກງານ, ຄູອາຈານ, ນັກຮຽນໂຮງຮຽນມັດທະຍົມຕອນຕົ້ນເກົ່າໄຢ,  ເມືອງເກົ່າໄຢ. ພາບ: ສໍານັກຂ່າວສານຫວຽດນາມ

ຮັບຮູ້ ແລະຍ້ອງຍໍຊົມເຊີຍຕໍ່ຄວາມມານະພະຍາຍາມຂອງຖັນແຖວພະນັກງານ, ຄູອາຈານ, ການຄຸ້ມຄອງການສຶກສານະຄອນຫຼວງທຸກຂັ້ນ, ທ່ານເລຂາທິການໃຫຍ່ ສະເໜີໃຫ້ຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ຂະແໜງການສຶກສານະຄອນຫຼວງ, ອົງການຈັດຕັ້ງມະຫາຊົນ ແລະທົ່ວສັງຄົມ ສືບຕໍ່ຫັນເປັນທັນສະໄໝ,  ຍົກສູງຄຸນນະພາບການສຶກສາ ແລະກໍ່ສ້າງ, ຮັດແຄບໄລຍະຫ່າງລະຫວ່າງບັນດາໂຮງຮຽນຢູ່ເຂດໃຈກາງ ກັບໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ; ພ້ອມທັງ, ປະຕິບັດມະຕິເລກທີ 57 ຂອງກົມການເມືອງກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະການຫັນປ່ຽນດີຈີຕອນແຫ່ງຊາດ ຢ່າງມີປະສິດທິຜົນ.

ໂດຍ: ເຈິ່ນຮວ່ຽນ