ຊຸກຍູ້ການຮ່ວມມືດ້ານວັດທະນະທຳ-ການສຶກສາ ລະຫວ່າງຫວຽດນາມ ກັບອາແຊກໄບຊານ
ກປ.ອອນໄລ - ຕອນເຊົ້າວັນທີ 22 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານນາງ ຫວໍທິແອ໊ງຊວນ, ຮອງປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Leyla Aliyeva, ຮອງປະທານກອງທຶນ Heydar Aliyev (ສາທາລະນະລັດ ອາແຊກໄບຊານ) ທີ່ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານນາງ ຫວໍທິແອ໊ງຊວນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ອາແຊກໄບຊານ; ຢັ້ງຢືນຄວາມຕັດສິນໃຈສືບຕໍ່ເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງກວ່າ, ຊຸກຍູ້ການຮ່ວມມືຫຼາຍດ້ານ ແລະແທດຈິງ ກັບ ອາແຊກໄບຊານ. ທ່ານນາງຮອງປະທານປະເທດ ຕີລາຄາສູງການປະກອບສ່ວນຂອງກອງທຶນ Heydar Aliyev ເຂົ້າໃນການພັດທະນາການພົວພັນລະຫວ່າງສອງປະເທດດ້ວຍຫຼາຍໂຄງການໜູນຊ່ວຍດ້ານວັດທະນະທຳ ແລະການສຶກສາຢູ່ຫວຽດນາມ. ທ່ານນາງຮອງປະທານປະເທດ ເຊື່ອໝັ້ນວ່າ ກອງທຶນ Heydar Aliyev ຈະສືບຕໍ່ສວມບົດບາດເປັນຂົວຕໍ່, ຕັ້ງໜ້າສົມທົບກັບບັນດາຄູ່ຮ່ວມມືຫວຽດນາມ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
    |
 |
ທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ ຕ້ອນຮັບທ່ານນາງ Leyla Aliyeva ຮອງປະທານກອງທຶນ Heydar Aliyev. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາງ Leyla Aliyeva ຢືນຢັນວ່າ ທາງກອງທຶນຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ບັນດາຄຸນຄ່າດ້ານມະນຸດສະທຳ, ວັດທະນະທຳ, ຖືນີ້ແມ່ນພື້ນຖານທີ່ຍືນຍົງ ເພື່ອເພີ່ມທະວີຄວາມເຂົ້າໃຈ, ຕິດພັນກັບບັນດາຊົນຊາດ; ປາດຖະໜາຢາກຮ່ວມເດີນທາງພ້ອມກັບຫວຽດນາມ ໃນບັນດາຂໍ້ລິເລີ່ລະອຽດ, ປະກອບສ່ວນປັບປຸງນໍ້າໃຈພົວພັນມິດຕະພາບທີ່ເປັນມູນເຊື້ອ, ເປີດກວ້າງການຮ່ວມມືກັບບັນດາອົງການຈັດຕັ້ງຂອງຫວຽດນາມ, ພິເສດແມ່ນຊຸກຍູ້ຂໍ້ລິເລີ່ມດ້ານສິ່ງແວດລ້ອມ, ການສຶກສາ ແລະວັດທະນະທຳ; ທ່ານນາງ Leyla Aliyeva ສະແດງຄວາມປະທັບໃຈ ແລະຕີລາຄາສູງຄວາມເອົາໃຈໃສ່ຂອງລັດຖະບານຫວຽດນາມ ຕໍ່ກັບວຽກງານບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ ກໍ່ຄືການເບິ່ງແຍງດູແລຄົນພິການເມື່ອໄປຢ້ຽມຢາມຮາກຖານການສຶກສາ-ບຳລຸງກໍ່ສ້າງ ແລະຮາກຖານສໍາລັບຄົນພິການບາງແຫ່ງຢູ່ຫວຽດນາມ.
* ໃນວັນດຽວກັນ, ທ່ານນາງ ຫງວຽນເຟືອງລີ, ພັນລະຍາຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Leyla Aliyeva. ທ່ານນາງ ໂງເຟືອງລີ ໃຫ້ຮູ້ວ່າ, ການເລືອກເຟັ້ນຫໍພິພິທະພັນວິຈິດສິນຫວຽດນາມ ເພື່ອແນະນຳໃຫ້ທ່ານນາງ Leyla Aliyeva ສະແດງໃຫ້ເຫັນຄວາມເຄົາລົບນັບຖື, ການອະນຸລັກຮັກສາມໍລະດົກວັດທະນະທຳຂອງຫວຽດນາມ ແລະປາດຖະໜາຢາກແບ່ງປັນບັນດາຄຸນຄ່າດ້ານວັດທະນະທຳ, ສິລະປະກັບເພື່ອນມິດສາກົນ, ໃນນັ້ນມີ ອາແຊກໄບຊານ.
    |
 |
ທ່ານນາງ ຫງວຽນເຟືອງລີ, ພັນລະຍາຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານນາງ Leyla Aliyeva. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາງ Leyla Aliyeva ຢືນຢັນວ່າ ກອງທຶນຍາມໃດກໍ່ເອົາໃຈໃສ່ຊຸກຍູ້ບັນດາໂຄງການອະນຸລັກຮັກສາມໍລະດົກ, ຖືນີ້ແມ່ນຂົວເຊື່ອມຕໍ່ສຳຄັນ ເພື່ອຮັດແໜ້ນນໍ້າໃຈມິດຕະພາບລະຫວ່າງສອງປະເທດ, ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງສັງຄົມ ແລະກອງທຶນມະນຸດສະທຳຂອງສອງປະເທດ, ປະກອບສ່ວນປັບປຸງນໍ້າໃຈມິດຕະພາບ, ເປີດກວ້າງການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ກັບ ອາແຊກໄບຊານ.
ໂດຍ: ທູຈາງ