ນຳສະເໜີຊຸດປຶ້ມສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ
ກປ.ອອນໄລ - ວັນທີ 22 ເມສາ, ຢູ່ທີ່ຮ່າໂນ້ຍ, ສໍານັກພິມຈໍາໜ່າຍກອງທັບປະຊາຊົນ ສົມທົບກັບວິທະຍາຄານການເມືອງ (ກະຊວງປ້ອງກັນປະເທດ) ນຳສະເໜີປຶ້ມ “ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (1975-2025)” ແລະຕອບສະໜອງວັນບຸນປຶ້ມ ແລະວັດທະນະທໍາອ່ານ ຫວຽດນາມ ຄັ້ງທີ 4, ປີ 2025. ທ່ານພົນຕີ ເຈືອງທຽນໂຕ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ.