ການພົບປະແລກປ່ຽນລະຫວ່າງຊາວໜຸ່ມຫວຽດນາມ ກັບນັກສຶກສາລາວ ແລະກຳປູເຈຍ
ກປ.ອອນໄລ - ຕອນເຊົ້າວັນທີ 26 ເມສາ, ຢູ່ສວນສາທາລະນະ ບຽນຮຸ່ງ (ນະຄອນບຽນຮວ່າ, ແຂວງດົ່ງນາຍ), ຄະນະຊາວໜຸ່ມແຂວງ ແລະສະຫະພັນຊາວໜຸ່ມແຂວງດົ່ງນາຍ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນລະຫວ່າງຊາວໜຸ່ມຫວຽດນາມ ກັບນັກສຶກສາລາວ ແລະກຳປູເຈຍ ທີ່ພວມຮໍ່າຮຽນ ຢູ່ແຂວງດົ່ງນາຍ ປີ 2025.
ກ່າວຄຳເຫັນທີ່ລາຍການ, ທ່ານ ຫງວຽນມິງກຽນ, ເລຂາຄະນະຊາວໜຸ່ມແຂວງດົ່ງນາຍ ເນັ້ນໜັກວ່າ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດ, ໃນນັ້ນມີບັນດາການປະກອບສ່ວນທີ່ສຳຄັນຂອງຊາວໜຸ່ມ - ຜູ້ສືບທອດ ແລະສືບຕໍ່ເພີ່ມພູນຄູນສ້າງໃຫ້ອາລົມຈິດພິເສດຂອງລຸ້ນກ່ອນ.
    |
 |
ທ່ານ ຫງວຽນມິງກຽນ ເລຂາຄະນະຊາວໜຸ່ມແຂວງດົ່ງນາຍ ມອບຂອງຂວັນໃຫ້ແກ່ນັກສຶກສາລາວ ແລະກໍາປູເຈຍ ທີ່ພວມຮໍ່າຮຽນ ຢູ່ແຂວງດົ່ງນາຍ. ພາບ: baodongnai.com.vn |
ລາຍການພົບປະແລກປ່ຽນລະຫວ່າງຊາວໜຸ່ມຫວຽດນາມ ກັບນັກສຶກສາລາວ ແລະກຳປູເຈຍ ທີ່ພວມຮ່ຳຮຽນຢູ່ແຂວງດົ່ງນາຍ ແມ່ນການເຄື່ອນໄຫວປະຈຳປີ ແນໃສ່ສ້າງກາລະໂອກາດເພື່ອໃຫ້ຊາວໜຸ່ມຫວຽດນາມ ກັບນັກສຶກສາລາວ ແລະກຳປູເຈຍ ມີຄວາມເຂົ້າໃຈກ່ວາອີກກ່ຽວກັບປະເທດຊາດ ແລະປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ. ຜ່ານນັ້ນ, ປະກອບສ່ວນເສີມຂະຫຍາຍສາຍພົວພັນສາມັກຄີ, ຄວາມສັດຊື່ບໍລິສຸດ ເຊິ່ງລຸ້ນພໍ່ລຸນອ້າຍ ໄດ້ທຸ້ມເທເຫື່ອແຮງເພີ່ມພູມຄູນສ້າງ.
    |
 |
ຊາວໜຸ່ມຫວຽດນາມ ກັບນັກສຶກສາລາວ ແລະກໍາປູເຈຍ ພົບປະແລກປ່ຽນດ້ານອາຫານການກິນ. ພາບ: baodongnai.com.vn |
ທ່ານ ຫງວຽນມິງກຽນ ຖືວ່າ ຊາວໜຸ່ມແມ່ນກຳລັງນໍາໜ້າ, ເປັນຂົວເຊື່ອມຕໍ່ປະຈຸບັນກັບອະນາຄົດ. ໃນວິວັດການຮັກສາ ແລະເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ, ຊາວໜຸ່ມແມ່ນຜູ້ສືບທອດ ແລະພັດທະນາ. ເພື່ອປະຕິບັດສິ່ງດັ່ງກ່າວໃຫ້ໄດ້, ຊາວໜຸ່ມຫວຽດນາມ, ລາວ ແລະ ກຳປູເຈຍ ແຕ່ລະຄົນທີ່ພວມຮ່ຳຮຽນ ຢູ່ແຂວງດົ່ງນາຍ ຕ້ອງກຳນົດຢ່າງຈະແຈ້ງຄວາມຮັບຜິດຊອບຂອງຕົນໃນການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ເປັນເຈົ້າຂອງຄວາມຮູ້, ເຕັກໂນໂລຢີ, ເຊື່ອມໂຍງ, ຮັກສາ ແລະເສີມຂະຫຍາຍສີສັນວັດທະນະທຳຂອງຊາດ...
    |
 |
ຊາວໜຸ່ມຫວຽດນາມ ກັບນັກສຶກສາກໍາປູເຈຍ ທີ່ມະຫາວິທະຍາໄລຫງວຽນເຫວ້ ເຂົ້າຮ່ວມການລະຫຼິ້ນພື້ນເມືອງ. ພາບ: baodongnai.com.vn |
ເຂົ້າຮ່ວມລາຍການ, ຊາວໜຸ່ມຫວຽດນາມ, ນັກສຶກສາລາວ ແລະກຳປູເຈຍ ທີ່ພວມຮໍ່າຮຽນຢູ່ບໍລິເວນແຂວງ ໄດ້ພ້ອມກັນພົບປະແລກປ່ຽນດ້ານສິລະປະ, ອາຫານການກິນ, ລະຫຼິ້ນພື້ນເມືອງ… ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມແຂວງດົ່ງນາຍ, ສະຫະພັນຊາວໜຸ່ມແຂວງດົ່ງນາຍ ໄດ້ມອບຂອງຂວັນ 122 ພູດ ໃຫ້ແກ່ນັກສຶກສາລາວ ແລະກຳປູເຈຍ ເພື່ອແນໃສ່ລະດົມກໍາລັງໃຈພວກນ້ອງນັກສຶກສາ ໃຫ້ມີຄວາມອຸ່ນອ່ຽນໃຈຮຽນເກັ່ງ ແລະເພີ່ມພູນຄູນສ້າງໃຫ້ນໍ້າໃຈສາມັກຄີມິດຕະພາບລະຫວ່າງ 3 ປະເທດ.
ໂດຍ: ທູຈາງ