ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ມາຢ້ຽມຢາມກະຊວງສຶກສາ ແລະກໍ່ສ້າງ, ທ່ານລັດຖະມົນຕີ ຫງວຽນກີມເຊີນ ຢືນຢັນວ່າ: ຫວຽດນາມ ແລະລາວ ມີການພົວພັນມິດຕະພາບ ແລະການຮ່ວມມືແບບພິເສດ; ໃນນັ້ນການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການສຶກສາ ແລະກໍ່ສ້າງແມ່ນພາກສ່ວນສຳຄັນຂອງການຮ່ວມມືສອງຝ່າຍ.

ຕາມທ່ານລັດຖະມົນຕີ ແລ້ວ, ປະຈຸບັນສອງຝ່າຍພວມຜັນຂະຫຍາຍໂຄງການ “ຍົກສູງຄຸນນະພາບປະສິດທິຜົນການຮ່ວມມື ຫວຽດນາມ-ລາວ ໃນຂົງເຂດສຶກສາ ແລະພັດທະນາຊັບພະຍາກອນມະນຸດ ໄລຍະ 2021-2030”. ສອງຝ່າຍກໍ່ພວມປະຕິບັດອະນຸສັນຍາກ່ຽວກັບການຮ່ວມມືກໍ່ສ້າງລະຫວ່າງລັດຖະບານ ສສ ຫວຽດນາມ ແລະລັດຖະບານ ສປປ ລາວ ຢ່າງຄົບຖ້ວນ ແລະມີປະສິດທິຜົນ.

leftcenterrightdel
ທ່ານລັດຖະມົນຕີ ຫງວຽນກີມເຊີນ, ທ່ານນາງເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ແລະຜູ້ແທນສອງຝ່າຍຖ່າຍຮູບເປັນທີ່ລະນຶກທີ່ການຕ້ອນຮັບ. ພາບ: giaoducthoidai.vn

ບັນດາຮາກຖານສຶກສາພວມຕັ້ງໜ້າເພີ່ມທະວີການຮ່ວມມືດ້ານການສຶກສາ ແລະກໍ່ສ້າງກັບລາວ, ມີຄວາມເອົາໃຈໃສ່ເປັນພິເສດເຖິງການຊ່ວຍປະເທດເພື່ອນພັດທະນາຊັບພະຍາກອນມະນຸດ ແລະຍາມໃດກໍ່ມີຄວາມຮັບຜິດຊອບສູງໃນການປັບປຸງຄຸນນະພາບຂອງການບໍາລຸງສ້າງນັກສຶກສາຕ່າງປະເທດໃຫ້ດີຂຶ້ນເທື່ອລະກ້າວ.

ໂດຍສະແດງຄວາມເຫັນດີເຫັນພ້ອມກັບເນື້ອໃນທີ່ທ່ານລັດຖະມົນຕີ ຫງວຽນກີມເຊີນ ແບ່ງປັນ. ທ່ານນາງເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ຢືນຢັນຈະສົມທົບກັນຢ່າງແໜ້ນແຟ້ນກວ່າອີກເພື່ອເພີ່ມທະວີການຮ່ວມມືດ້ານການສຶກສາ-ກໍ່ສ້າງລະຫວ່າງສອງປະເທດ.

ຕີລາຄາສູງການຊ່ວຍເຫຼືອຂອງຫວຽດນາມ ເວົ້າລວມ, ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ເວົ້າສະເພາະໃນຂົງເຂດບຳລຸງສ້າງຊັບພະຍາກອນມະນຸດໃຫ້ລາວ, ທ່ານນາງເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ໄດ້ສະຫຼະເວລາແບ່ງປັນກ່ຽວກັບການເຄື່ອນໄຫວສິດສອນພາສາຫວຽດນາມ, ພາສາລາວ ແລະນັກສຶກສາລາວ ໄປຮຽນຢູ່ຫວຽດນາມ.

ທ່ານນາງເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ປາດຖະໜາວ່າ ບັນດາໂຮງຮຽນຢູ່ ຫວຽດນາມ ຈະສືບຕໍ່ເພີ່ມທະວີມາດຕະການຄຸ້ມຄອງ, ຈັດຕັ້ງການເຄື່ອນໄຫວສຶກສາຢ່າງຕັ້ງໜ້າ, ຊ່ວຍດຶງດູດນັກສຶກສາ ເຂົ້າຮ່ວມບັນດາການເຄື່ອນໄຫວ, ເພີ່ມທະວີສະຕິ, ປະຕິບັດລະບຽບການຂອງໂຮງຮຽນເປັນຢ່າງດີ...

ໂດຍ: ຈາງຫງວຽນ