ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າຫຼັກຂອງນິວຊີແລນ, ສາຍພົວພັນສອງຝ່າຍພັດທະນາຢ່າງໝັ້ນແກ່ນ ແລະນັບມື້ນັບເຂັ້ມແຂງ, ພະຍານຫຼັກຖານແມ່ນ ຫວຽດນາມ ແລະນິວຊີແລນ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນການຢ້ຽມຢາມຫວຽດນາມ ຂອງທ່ານ Christopher Luxon ນາຍົກລັດຖະມົນຕີນິວຊີແລນ ເມື່ອເດືອນກຸມພາ ປີ 2025.

ສຈ Damon Sales ຖືວ່າ ການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈທີ່ນັບມື້ນັບເລິກເຊິ່ງ, ຄຸນຄ່າລວມ ແລະກາລະໂອກາດລະຫວ່າງສອງປະເທດນັບມື້ນັບໄດ້ຮັບການເປີດກວ້າງ.

ການພົວພັນຄູ່ຮ່ວມມືໄດ້ຍົກລະດັບນັ້ນໄດ້ສ້າງຂອບເຂດຢ່າງແຂງແຮງ ແລະມີໂຄງປະກອບກວ່າ ໃຫ້ແກ່ການຮ່ວມມື ແລະການປະດິດຄິດສ້າງຮ່ວມກັນໃນທຸກຂົງເຂດ, ເປີດປະຕູໃຫ້ການໜູນຊ່ວຍຂອງລັດຖະບານຫຼາຍຂຶ້ນຕໍ່ສາຍພົວພັນຄູ່ຮ່ວມມືດ້ານວິຊາການສຶກສາ ແລະຄົ້ນຄວ້າ, ແລກປ່ຽນນັກສຶກສາ, ຊຸກຍູ້ການລົງທຶນຮ່ວມກັນເຂົ້າໃນຂໍ້ລິເລີ່ມປ່ຽນແປງໃໝ່ ແລະສ້າງກໍາລັງຄວາມສາມາດ.

ຕາມ ສຈ Salesa ແລ້ວ, ນີ້ກໍ່ແມ່ນຂີດໝາຍສຳຄັນ, ພິສູດໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈສູງ, ຄວາມທະເຍີທະຍານ ແລະການຮ່ວມສໍາພັນຍຸດທະສາດສູງລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ ແລະການເຊື່ອມຕໍ່ລະຫວ່າງປະຊາຊົນ. ທັງ ຫວຽດນາມ ແລະນິວຊີແລນ ລ້ວນແຕ່ມີຄວາມທະເຍີທະຍານສູງໃນການຊຸກຍູ້ການເຕີບໂຕເມື່ອນາຍົກລັດຖະມົນຕີຂອງສອງປະເທດຕັ້ງເປົ້າໝາຍຍົກວົງເງິນການຄ້າໃຫ້ບັນລຸ 3 ຕື້ໂດລາສະຫະລັດ ໃນປີ 2026.

leftcenterrightdel
ສຈ Damon Salesa, ຜູ້ອໍານວຍການມະຫາວິທະຍາໄລເຕັກໂນໂລຢີ Auckland (AUT) ຂອງນິວຊີແລນ. ພາບ: ສໍານັກຂ່າວສານຫວຽດນາມ

ພິເສດ, ຂະແໜງສຶກສາແມ່ນໜຶ່ງໃນບັນດາພື້ນຖານທີ່ສວມບົດບາດສຳຄັນໃນການເພີ່ມທະວີພົວພັນ. ບັນດາມະຫາວິທະຍາໄລທີ່ມີຊື່ສຽງໃນໂລກຂອງນິວຊີແລນ, ໃນນັ້ນມີມະຫາວິທະຍາໄລເຕັກໂນໂລຢີ Auckland (AUT), ໄດ້ສ້າງຕັ້ງການພົວພັນຮ່ວມມືຢ່າງແໜ້ນແຟ້ນກັບບັນດາຮາກຖານການສຶກສາຂັ້ນມະຫາວິທະຍາໄລຂອງຫວຽດນາມ ໂດຍຜ່ານການເຄື່ອນໄຫວແລກປ່ຽນນັກສຶກສາ ແລະພະນັກງານ, ໂຄງການຄົ້ນຄວ້າ ແລະລາຍການຮ່ວມກັນ, ຂໍ້ລິເລີ່ມສ້າງກໍາລັງຄວາມສາມາດ.

ການພົວພັນດ້ານວິຊາການສຶກສາເຫຼົ່ານີ້ໄດ້ສ້າງພື້ນຖານໃຫ້ແກ່ການຮ່ວມມືຢ່າງກວ້າງຂວາງກວ່າໃນຂົງເຂດທີ່ມີຄວາມສໍາຄັນໃນອະນາຄົດ ເຊິ່ງໄດ້ຮັບການໜູນຊ່ວຍຈາກການພັດທະນາຢ່າງວ່ອງໄວຂອງເຕັກໂນໂລຢີຂໍ້ມູນຂ່າວສານ ແລະປັນຍາປະດິດ (AI).

ໃນການຢ້ຽມຢາມຫວຽດນາມ ຂອງທ່ານ Christopher Luxon ນາຍົກລັດຖະມົນຕີນິວຊີແລນ, AUT ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກັບມະຫາວິທະຍາໄລແຫ່ງຊາດຫວຽດນາມ - ມະຫາວິທະຍາໄລວິທະຍາສາດທໍາມະຊາດນະຄອນໂຮ່ຈີມິນ (VNU-HCMUS) ເພື່ອເປີດກວ້າງການພົວພັນດ້ວຍຈຸດສຸມໃໝ່ແມ່ນການເຄື່ອນໄຫວຄົ້ນຄວ້າດ້ານວິທະຍາສາດຄອມພິວເຕີ, AI, ວິທະຍາສາດຂໍ້ມູນ ແລະການພົວພັນລະຫວ່າງມະນຸດກັບຄອມພິວເຕີ.

ສຈ Damon Salesa ຖືວ່າ ບົດບັນທຶກຊ່ວຍຈຳລະຫວ່າງ AUT ກັບ VNU-HCMUS ຈະຊ່ວຍເຊື່ອມຕໍ່ ແລະເຮັດໃຫ້ສອງປະເທດ ຫວຽດນາມ-ນິວຊີແລນ ຫຍັບເຂົ້າໃກ້ກັນກວ່າ, ສວມບົດບາດສຳຄັນໃນການປະຕິບັດການຄົ້ນຄວ້າ ແລະບຳລຸງສ້າງນັກສຶກສາຢູ່ຫວຽດນາມ ເພື່ອແນໃສ່ຊ່ວຍ ຫວຽດນາມ ແກ້ໄຂສະພາບຂາດທັກສະ.

ຕາມການສັງເກດຂອງ ສຈ Damon Salesa, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີການເຊື່ອມຕໍ່ດີຈີຕອນຫຼາຍກວ່າໝູ່ຢູ່ໃນພາກພື້ນອາຊີ - ປາຊີຟິກ, ດ້ວຍພື້ນຖານໂຄງລ່າງດີຈີຕອນດີທີ່ສຸດໃນອາຊີ ແລະພື້ນຖານເສດຖະກິດດີຈີຕອນ ຄາດວ່າຈະເຕີບໂຕ 20% ຕໍ່ປີ. ພ້ອມດຽວກັນນັ້ນ ນິວຊີແລນ ຍັງນໍາເອົາວິຊາສະເພາະດ້ານຈັນຍາບັນ AI, ການເຊື່ອມໂຍງດີຈີຕອນ ແລະຂົງເຂດພັດທະນາແບບຍືນຍົງໂດຍເຕັກໂນໂລຢີຊຸກຍູ້.

ເຖິງວ່າ ສາຍພົວພັນລະຫວ່າງສອງປະເທດໄດ້ພັດທະນາຢ່າງຕັ້ງໜ້າ, ແຕ່ຕາມທ່ານ ສຈ Damon Salesa ຖືວ່າ ຍັງມີຂົງເຂດທີ່ຫວຽດນາມ ແລະ ນິວຊີແລນ ສາມາດເພີ່ມທະວີການຮ່ວມມືໃຫ້ຫຼາຍກວ່າອີກ, ໜຶ່ງໃນຈໍານວນນັ້ນແມ່ນການສຶກສາ, ດ້ວຍຄວາມສາມາດບ່ົມຊ້ອນໃນການແລກປ່ຽນນັກສຶກສາ. ນີ້ແມ່ນຮູບການຮ່ວມມືທີ່ມີຄວາມໝາຍ, ຊ່ວຍສ້າງຄວາມເຂົ້າໃຈເຊິ່ງກັນ ແລະກັນ, ປັບປຸງການພົວພັນລະຫວ່າງມະນຸດກັບມະນຸດ, ບໍາລຸງສ້າງການນໍາໃນອະນາຄົດທີ່ມີຈິນຕະນາການທົ່ວໂລກ ແລະມີຄວາມເຂົ້າໃຈດ້ານວັດທະນະທຳ.

ສຈ Damon Salesa ຢືນຢັນວ່າ ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງປະເທດແມ່ນໃຫຍ່ຫຼວງຢູ່, ທັງດ້ານສອງຝ່າຍ ແລະສາກົນ. ໂດຍເປັນສອງປະເທດທີ່ມີຄວາມຂະຫຍັນຂັນເຄື່ອນໃນພາກພື້ນອາຊີ - ປາຊີຟິກ, ຫວຽດນາມ ແລະນິວຊີແລນ ໄດ້ແບ່ງປັນຜົນປະໂຫຍດຮ່ວມຫຼາຍຢ່າງໃນການພັດທະນາແບບຍືນຍົງ, ການສຶກສາ, ການປ່ຽນແປງໃໝ່, ການຄ້າ ແລະສະຖຽນລະພາບຂອງພາກພື້ນ. ມີກາລະໂອກາດທີ່ຈະແຈ້ງເພື່ອຜັນຂະຫຍາຍການພົວພັນໃນບັນດາຂົງເຂດ, ຄື: ການຫັນເປັນດີຈີຕອນ, ກະສິກຳ, ການທ່ອງທ່ຽວ, ການສຶກສາ ແລະການຄົ້ນຄ້ວາເພື່ອແນໃສ່ເສີມຂະຫຍາຍທ່າແຮງຂອງສອງປະເທດ. ບັນດາມະຫາວິທະຍາໄລມີບົດບາດສໍາຄັນເປັນຂົວເຊື່ອມຕໍ່ຄວາມຮູ້, ປະຊາຊົນ ແລະຂະແໜງອຸດສາຫະກໍາຂອງສອງປະເທດ.

ໃນເວທີສາກົນ, ຫວຽດນາມ ແລະ ນິວຊີແລນ ຍັງມີຄວາມສາມາດບົ່ມຊ້ອນໃຫຍ່ຫຼວງເພື່ອຮ່ວມມືກ່ຽວກັບບັນຫາທົ່ວໂລກ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມສະເໝີພາບດ້ານດີຈີຕອນ ແລະຄວາມໝັ້ນຄົງໃນເວທີປາໄສ, ຄື: ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ແລະສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

ສຈ Damon Salesa ສະຫຼຸບວ່າ ຜົນສໍາເລັດຈະຖືກກໍານົດດ້ວຍເຈດຕະນາດີຂອງທັງສອງປະເທດໃນການຮ່ວມສ້າງການພົວພັນຄູ່ຮ່ວມມືຍຸດທະສາດໄລຍະຍາວດ້ວຍການສ້າງວິໄສທັດຮ່ວມ ແລະລົງທຶນໃສ່ຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງນະວັດຕະກໍາ, ຄວາມໄຫວພິບ ແລະການເຊື່ອມຕໍ່ທົ່ວໂລກ. ພິເສດ, ການສຶກສາໄດ້ສວມບົດບາດສຳຄັນໃນການປະກອບສ່ວນເຂົ້າໃນຜົນສຳເລັດໃນອະນາຄົດຂອງການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ ກໍ່ຄືການປະກອບສ່ວນຂອງຫວຽດນາມ ແລະນິວຊີແລນ ໃຫ້ປະຊາຄົມທົ່ວໂລກ.

ໂດຍ: ທູຈາງ