ຢຶດໝັ້ນກັບໜັງສືແຕ່ລະຕົວ
ຮ້ອຍເອກ ເລມາຍຈາງ ເກີດປີ 1993, ຢູ່ແຂວງຟູເຖາະ. ດ້ວຍປະສົບການເປັນຄູສອນພາສາຫວຽດ ໄດ້ຫຼາຍກວ່າ 8 ປີໃຫ້ນັກຮຽນການທະຫານລາວ ແລະກໍາປູເຈຍ, ນາງບໍ່ພຽງແຕ່ຊ່ວຍເຂົາເຈົ້າຜ່ານຜ່າອຸປະສັກດ້ານພາສາເທົ່ານັ້ນ, ຫາກຍັງສ້າງແຮງບັນດານໃຈກ່ຽວກັບວັດທະນະທຳ, ຊາວຫວຽດນາມ ອີກດ້ວຍ. ໃນຖານະທີ່ເປັນຫົວໜ້າໜ່ວຍຄູສອນພາສາຫວຽດ ຢູ່ກອງ 871, ຮ້ອຍເອກ ເລມາຍຈາງ ໄດ້ສິດສອນ ແລະຄຸ້ມຄອງວຽກງານບໍາລຸງສ້າງພາສາຫວຽດໃຫ້ນັກສຶກສາສາກົນ.
ເມື່ອຮຽນຈົບລົງເລິກຂະແໜງພາສາສາດທີ່ມະຫາວິທະຍາໄລວິທະຍາສາດສັງຄົມ ແລະມະນຸດສາດ (ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ) ປີ 2015, ມາຍຈາງ ໄດ້ກຳນົດເສັ້ນທາງພາລະກິດຕິດພັນກັບການສອນພາສາຫວຽດ. ພາຍຫຼັງຈາກຮຽນຈົບ, ຈາງ ເລີ່ມຕົ້ນປະຕິບັດງານສອນພາສາຫວຽດໃຫ້ນັກຮຽນລາວ ຢູ່ມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຢີຮ່າໂນ້ຍ. ໜຶ່ງປີຕໍ່ມາ, ເມື່ອໄດ້ຍິນວ່າ ກອງ 871 ກໍາລັງຮັບສະໝັກຄູສອນ ພາສາຫວຽດໃຫ້ນັກຮຽນການທະຫານລາວ ແລະກຳປູເຈຍ, ນາງຈຶ່ງຕັດສິນໃຈສະໝັກດ້ວຍຄວາມປາດຖະໜາຢາກເຮັດວຽກໃນສິ່ງແວດລ້ອມກອງທັບ ແລະສືບຕໍ່ສອນພາສາຫວຽດໃຫ້ນັກຮຽນສາກົນ. ເປັນເວລາຫຼາຍປີທີ່ເຮັດວຽກຢູ່ກອງ 871, ຮ້ອຍເອກ ເລມາຍຈາງ ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການສິດສອນ ແລະຄຸ້ມຄອງການບໍາລຸງສ້າງນັກຮຽນສາກົນ.
    |
 |
ອາຈານ ເລມາຍຈາງ ແລະນັກຮຽນການທະຫານລາວ, ກໍາປູເຈຍ ຮໍ່າຮຽນຢູ່ກອງ 871. ພາບ: ສຸກສະຫວັນ |
ວາທີຮ້ອຍຕີ ໄຊຍະຄານ ວາທີ, ປະຈຸບັນເປັນນັກຮຽນການທະຫານປີສຸດທ້າຍຢູ່ມະຫາວິທະຍາໄລສື່ມວນຊົນການທະຫານລາວ ຊຸດທີ 2 ຢູ່ມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ, ເລົ່າເຖິງຕອນຮຽນທຳອິດຂອງລາວ ກັບເອື້ອຍຄູ ມາຍຈາງ ວ່າ: “ຕອນເຂົ້າຫ້ອງທໍາອິດ ຂ້າພະເຈົ້າຢ້ານຮຽນພາສາຫວຽດຫຼາຍ ເພາະການອອກສຽງຍາກເກີນໄປ. ແຕ່ນາງ ມາຍ ໄດ້ຊ່ວຍຂ້າພະເຈົ້າປ່ຽນຄວາມຄິດນັ້ນວ່າ: ໃນມື້ທຳອິດເອື້ອຍຄູ ທັກທາຍເປັນພາສາລາວ: ສະບາຍດີ! ຂ້ອຍເປັນອາຈານສອນພາສາຫວຽດ. ນັກຮຽນທັງໝົດພາກັນຫົວອອກມາດ້ວຍຄວາມແປກໃຈ. ນັບແຕ່ເວລານາທີນັ້ນມາ, ພວກຂ້າພະເຈົ້າ ບໍ່ຮູ້ສຶກວ່າເປັນສິ່ງທີ່ແປກໃຈເລີຍ”.
ພາຍໃຕ້ການແນະນໍາຢ່າງບໍ່ຢຸດຢັ້ງຂອງນາງ, ນັກຮຽນການທະຫານແຕ່ລະຄົນຄ່ອຍໆດີຂຶ້ນ. ບໍ່ພຽງແຕ່ສອນຜ່ານຫຼັກສູດເທົ່ານັ້ນຫາກຍັງສົມທົບກັບຫຼາຍວິທີການປະດິດສ້າງ, ຄື: ຮ້ອງເພງພາສາຫວຽດ, ໃຊ້ເກມພາສາ... ຫ້ອງຮຽນບໍ່ເຄັ່ງຕຶງແຕ່ໄດ້ກາຍເປັນຊົ່ວໂມງທີ່ໜ້າສົນໃຈ. ວາທີຮ້ອຍຕີ ໄຊຍະຄານ ວາທີ ແບ່ງປັນວ່າ: “ນາງບໍ່ພຽງແຕ່ເປັນຄູສອນເທົ່ານັ້ນ ຫາກຍັງເປັນເອື້ອຍ, ຍາດຕິພີ່ນ້ອງຂອງນັກຮຽນການທະຫານທີ່ຢູ່ຫ່າງໄກບ້ານອີກດ້ວຍ. ຍາມໃດກໍ່ເອົາໃຈໃສ່, ລະດົມກໍາລັງໃຈພວກຂ້າພະເຈົ້າ, ຈາກການຮຽນຈົນເຖິງການດຳລົງຊີວິດປະຈຳວັນ. ຍ້ອນມີນາງ, ຂ້າພະເຈົ້າ ບໍ່ພຽງແຕ່ເກັ່ງພາສາຫວຽດເທົ່ານັ້ນ ຫາກຍັງເຂົ້າໃຈກ່ຽວກັບວັດທະນະທຳ, ຊາວຫວຽດນາມ ກວ່າອີກ”.
ເພີ່ມພູນຄູນສ້າງນໍ້າໃຈສາມັກຄີໃຫ້ນັກຮຽນສາກົນ
ການສອນພາສາຫວຽດ ໃຫ້ນັກຮຽນການທະຫານຕ່າງປະເທດບໍ່ພຽງແຕ່ແມ່ນການເຜີຍແຜ່ພາສາເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ວັດທະນະທຳອີກດ້ວຍ. ຮ້ອຍເອກ ເລມາຍຈາງ ເຂົ້າໃຈວ່າ, ເພື່ອໃຫ້ນັກຮຽນຮັກພາສາຫວຽດ, ກ່ອນອື່ນໝົດເຂົາເຈົ້າຕ້ອງຮູ້ສຶກເຖິງຄວາມຮັກແພງ, ຄວາມຈິງໃຈຈາກອາຈານ. ແຕ່ລະໂອກາດງານບຸນວຽນມາ, ບຸນປີໃໝ່ປະຈຳຊາດຂອງຫວຽດນາມ, ນາງ ໄດ້ຈັດຕັ້ງບັນດາການເຄື່ອນໄຫວຕ່າງໆ, ແນະນຳບຸນປີໃໝ່ປະຈຳຊາດ, ບຸນໄຫວ້ພະຈັນ, ວັນພິທີບູຊາເຈົ້າຊີວິດຮຸ່ງ... ຄຽງຂ້າງນັ້ນ, ນາງ ຍັງໄດ້ເຂົ້າຮ່ວມບັນດາເຫດການວັດທະນະທຳ, ຄື: ບຸນປີໃໝ່ລາວ ຫຼື ບຸນປີໃໝ່ Chol chnam thmay ຂອງກໍາປູເຈຍ. ຮ້ອຍເອກ ເລມາຍຈາງ ແບ່ງປັນວ່າ: “ຄັ້ງທໍາອິດ ຂ້າພະເຈົ້າເຂົ້າຮ່ວມບຸນປີໃໝ່ລາວ, ນັກຮຽນການທະຫານລາວ ໄດ້ບາສີສູ່ຂວັນ ແລະຫົດນ້ຳໃຫ້ພອນ, ຂ້າພະເຈົ້າ ສະເທືອນໃຈທີ່ສຸດ. ຜ່ານໂອກາດດັ່ງກ່າວ, ຂ້າພະເຈົ້າ ເຂົ້າໃຈກ່ຽວກັບວັດທະນະທຳຂອງປະເທດເພື່ອນຫຼາຍກວ່າຈາກນັ້ນກໍມີວິທີການສິດສອນທີ່ໃກ້ຊິດ ແລະມີປະສິດທິຜົນກວ່າ”.
ດ້ວຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ຮ້ອຍເອກ ເລມາຍຈາງ ບັນລຸໄດ້ບັນດາຜົນງານດີເດັ່ນໃນການສິດສອນ, ຄື: ໄດ້ຮັບໃບຍ້ອງຍໍ 5 ປີລຽນຕິດຍ້ອນມີຜົນງານດີເດັ່ນ; ໃບຍ້ອງຍໍຍ້ອນມີຜົນງານດີເດັ່ນໃນຂະບວນການແຂ່ງຂັນເດັດຂາດມີໄຊ 2022; ພິທີມອບໃບຍ້ອງຍໍຂອງຫົວໜ້າກົມໃຫຍ່ການເມືອງຕໍ່ຜົນງານໃນງານມະຫາກຳສິລະປະມະຫາຊົນກໍາລັງປະກອບອາວຸດປີ 2024.
ສຳລັບຮ້ອຍເອກ ເລມາຍຈາງ, ລາງວັນໃຫຍ່ທີ່ສຸດແມ່ນການເຕີບໂຕຂອງນັກຮຽນ. ຮ້ອຍເອກ ເລມາຍຈາງ ເວົ້າວ່າ: “ນັກຮຽນບໍ່ສາມາດເວົ້າພາສາຫວຽດໄດ້ຈັກປະໂຫຍກໃນຕອນທຳອິດທີ່ເຂົ້າຫ້ອງຮຽນ, ແຕ່ຫຼັງຈາກນັ້ນໜຶ່ງປີເຂົາເຈົ້າສາມາດຂຽນບົດ ແລະບັນລະຍາຍໄດ້ຢ່າງຄ່ອງແຄ້ວ. ເມື່ອເບິ່ງນັກຮຽນສື່ສານຢ່າງໝັ້ນໃຈ, ຂ້າພະເຈົ້າ ດີໃຈແທ້ໆເພາະຮູ້ວ່າຕົນເອງໄດ້ປະກອບສ່ວນໜ້ອຍໜຶ່ງໃນການເດີນທາງຂອງເຂົາເຈົ້າ”. ດ້ວຍຄວາມສຸດອົກສຸດໃຈ, ປະດິດສ້າງ ແລະມີຄວາມຮັກແພງຕໍ່ອາຊີບຂອງຕົນ, ຮ້ອຍເອກ ເລມາຍຈາງ ບໍ່ພຽງແຕ່ສອນພາສາຫວຽດເທົ່ານັ້ນ ຫາກຍັງເພີ່ມພູນຄູນສ້າງນ້ຳໃຈສາມັກຄີແບບພິເສດລະຫວ່າງກອງທັບ ແລະປະຊາຊົນ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ.
ໂດຍ: ເຈິ່ນຮວ່ຽນ