ທີ່ການຕ້ອນຮັບ, ທ່ານ ເຈີ່ນລືວກວາງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງວ່ອງໄວ, ແທດຈິງຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ; ສະເໜີໃຫ້ສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ແລະທ່ານ Takebe ສືບຕໍ່ປະກອບສ່ວນແທດຈິງເຂົ້າໃນການຮ່ວມມືດ້ານວັດທະນະທຳ, ພົບປະແລກປ່ຽນປະຊາຊົນ, ບຳລຸງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບລະຫວ່າງສອງປະເທດເລິກເຊິ່ງກວ່າອີກ; ຕີລາຄາສູງການພັດທະນາທີ່ຕ້ັງໜ້າຂອງມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ໃນໄລຍະມໍ່ໆມານີ້, ກໍຄືວິໄສທັດ ແລະການກໍານົດທິດທາງຂອງໂຮງຮຽນກ່ຽວກັບການບຳລຸງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດເປັນດີຈີຕອນ ແລະຫັນເປັນສີຂຽວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ຍີ່ປຸ່ນ ແລະຫວຽດນາມ, ພິເສດແມ່ນຂົງເຂດສຳຄັນທີ່ມີລັກສະນະຍຸດທະສາດ...

leftcenterrightdel
ທ່ານ ເຈີ່ນລືວກວາງ  ເລຂາທິການສູນກາງພັກ, ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງພັກ ຕ້ອນຮັບທ່ານ Takebe Tsutomu ທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Takebe Tsutomu ຂອບໃຈການນຳຫວຽດນາມ ທີ່ໄດ້ຊີ້ນຳຢ່າງຂ້ຽວຂາດ ເພື່ອຊຸກຍູ້ລະບຽບການທີ່ກ່ຽວຂ້ອງເຖິງໂຄງການມະຫາວິທະຍາໄລຫວຽດນາມ - ຍີ່ປຸ່ນ. ຕີລາຄາວ່າ ຫວຽດນາມ ມີຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ທ່ານ Takebe ເນັ້ນໜັກວ່າ ມະຫາວິທະຍາໄລຫວຽດນາມ - ຍີ່ປຸ່ນ ຕັ້ງເປົ້າໝາຍກາຍເປັນສະຖານທີ່ບຳລຸງກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ທັງຫວຽດນາມ ແລະຍີ່ປຸ່ນ ແລະອອກສູ່ພາກພື້ນ ແລະໂລກ; ໜູນຊ່ວຍສະໜອງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໄປຍັງຍີ່ປຸ່ນ ມີປະສົບການ, ກັບຄືນມາເຮັດວຽກຢູ່ຫວຽດນາມ ແລະປະກອບສ່ວນເຂົ້າໃນການພັດທະນາຂອງຫວຽດນາມ; ເຊື່ອມຕໍ່ ແລະດຶງດູດວິສາຫະກິດຂະໜາດກາງ ແລະນ້ອຍ ມາລົງທຶນຢູ່ ຫວຽດນາມ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Takebe ຢືນຢັນຈະສືບຕໍ່ມານະພະຍາຍາມຮຽກຮ້ອງໃຫ້ວິສາຫະກິດ, ສະຖາບັນຄົ້ນຄ້ວາ, ນັກວິທະຍາສາດໜູນຊ່ວຍມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ; ສະເໜີກໍ່ສ້າງ ແລະຈັດຕັ້ງການປະກວດອອກໃບຢັ້ງຢືນຍີ່ປຸ່ນສາດ ເພື່ອແນໃສ່ຊ່ວຍໃຫ້ນັກຮຽນ, ນັກສຶກສາ ຫວຽດນາມ ຍົກສູງຄວາມຮູ້ກ່ຽວກັບປະເທດ ແລະຊາວຍີ່ປຸ່ນ.

ໂດຍ: ທູຈາງ