ຕາມຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ແລ້ວ, ປີ 2024, ການເຄື່ອນໄຫວການທູດປະຊາຊົນໄດ້ຜັນຂະຫຍາຍດ້ວຍຫຼາຍເນື້ອໃນ ແລະແບບວິທີໃໝ່. ພິເສດແມ່ນຈຳນວນຄອບຄົວ ແລະນັກສຶກສາເຂົ້າຮ່ວມລາຍການ “ຄອບຄົວຫວຽດນາມ” ໄດ້ເພີ່ມຂຶ້ນທົບ 1,5 ເທົ່າເມື່ອທຽບໃສ່ປີ 2023.

leftcenterrightdel
ນັກສຶກສາລາວ ແລະກໍາປູເຈຍ ຮັບປະທານອາຫານ ພ້ອມກັບຄອບຄົວຊາວຫວຽດນາມ. ພາບ: htv.com.vn

ນ້ອງ ແສງຈັນທະວົງ ແຄມພອນ, ນັກສຶກສາ ມະຫາວິທະຍາໄລແພດສາດ ຟ້າມງອກແທກ ແບ່ງປັນດ້ວຍຄວາມສະເທື່ອນໃຈວ່າ: “ເມື່ອໄດ້ຮັບການລ້ຽງດູຈາກຄອບຄົວຫວຽດນາມ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ, ຂ້າພະເຈົ້າມີໂອກາດໄດ້ຊອກຮູ້ວັດທະນະທຳ, ຮັບປະທານອາຫານເຍື່ອງໃໝ່ຂອງຫວຽດນາມ  ແລະໄດ້ຮັບຄວາມເອົາໃຈໃສ່, ສິ່ງດັ່ງກ່າວຊ່ວຍໃຫ້ຂ້າພະເຈົ້າ ບັນເທົາຄວາມຄິດຮອດບ້ານ ແລະອຸ່ນອ່ຽນໃຈໃນການຮໍ່າຮຽນ. ຂ້າພະເຈົ້າ ຫວັງວ່າ ລາຍການຈະສືບຕໍ່ຜັນຂະຫຍາຍເພື່ອໃຫ້ນັກສຶກສາຫຼາຍຄົນຄືນ້ອງໄດ້ຮັບການຊ່ວຍເຫຼືອ".

leftcenterrightdel
ນ້ອງ ແສງຈັນທະວົງ ແຄມພອນ, ນັກສຶກສາ ມະຫາວິທະຍາໄລແພດສາດ ຟ້າມງອກແທກ. ພາບ: htv.com.vn

ບັນດາເຈົ້າຂອງຄອບຄົວທີ່ເຂົ້າຮ່ວມລາຍການຄອບຄົວຫວຽດອັນອົບອຸ່ນລ້ວນແຕ່ຕີລາຄາສູງຄວາມໝາຍ ແລະຜົນກະທົບທີ່ຕັ້ງໜ້າ ຈາກການເຄື່ອນໄຫວນີ້. ມີຫຼາຍຄອບຄົວໄດ້ຮ່ວມເດີນທາງພ້ອມກັບລາຍການນັບແຕ່ຊຸມວັນທຳອິດ, ແຕ່ລະປີເຂົາເຈົ້າໄດ້ຕ້ອນຮັບນັກສຶກສາລາວ ແລະ ກຳປູເຈຍ ມາຢູ່ຮ່ວມກັນ, ຖືນັກສຶກສາປຽບເໝືອນສະມາຊິກໃນຄອບຄົວ. ການແບ່ງປັນຮີດຄອງປະເພນີ, ວັດທະນະທໍາ ແລະການດໍາລົງຊີວິດປະຈໍາວັນ ບໍ່ພຽງແຕ່ຊ່ວຍໃຫ້ນັກສຶກສາເຊື່ອມໂຍງທີ່ດີເທົ່ານັ້ນ ຫາກຍັງສ້າງຄວາມສະໜິດຕິດພັນລະຫວ່າງຊາດອີກດ້ວຍ.

leftcenterrightdel
ນັກສຶກສາລາວ ແລະກໍາປູເຈຍ ຊອກຮູ້ກ່ຽວກັບປະຫວັດສາດຂອງ ຫວຽດນາມ. ພາບ: htv.com.vn

ລາຍການບໍ່ພຽງແຕ່ໜູນຊ່ວຍນັກສຶກສາໃນຊີວິດທາງດ້ານຈິດໃຈເທົ່ານັ້ນ, ຫາກຍັງປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບ, ຊຸກຍູ້ການພົວພັນສະໜິດສະໜົມລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ. ນັກສຶກສາຫຼາຍຄົນສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຂອງບັນດາຄອບຄົວຊາວຫວຽດນາມ, ພ້ອມທັງສະແດງຄວາມຫວັງວ່າ ລາຍການຈະສືບຕໍ່ເປີດກວ້າງເພື່ອນັບມື້ນັບມີນັກສຶກສາຫຼາຍຄົນໄດ້ຮັບການໜູນຊ່ວຍໃນວິວັດການຮ່ຳຮຽນ ແລະດໍາລົງຊີວິດ ຢູ່ຫວຽດນາມ.

ປະຈຸບັນ, ມີເກືອບ 100 ຄອບຄົວຊາວຫວຽດນາມ ພວມຮັບລ້ຽງນັກສຶກສາລາວ ແລະກຳປູເຈຍ ທີ່ກຳລັງຮ່ຳຮຽນຢູ່ບັນດາມະຫາວິທະຍາໄລ ໃນບໍລິເວນນະຄອນໂຮ່ຈີມິນ. ບໍ່ພຽງແຕ່ໜູນຊ່ວຍໃຫ້ນັກຮຽນໃນຊີວິດການເປັນຢູ່ ແລະການຮ່ຳຮຽນເທົ່ານັ້ນ, ລາຍການຍັງປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ - ກໍາປູເຈຍ.

ໂດຍ: ທູຈາງ