ຄວາມດຶງດູດຂອງເສັ້ນທາງວັດທະນະທໍາ ແລະພູມປັນຍາ
ກປ.ອອນໄລ - ເກືອບ 300 ລາຍການ, ເຫດການວາງສະແດງ, ງານວາງສະແດງ, ພົບປະແລກປ່ຽນ, ແນະນຳປຶ້ມ ແລະມີປື້ມເກືອບ 690.000 ຫົວ ທີ່ໄດ້ຂາຍໃນປີຜ່ານມາໄດ້ຢັ້ງຢືນເຖິງລັກສະນະທີ່ມີປະສິດທິຜົນ ແລະຄວາມດຶງດູດຂອງຖະໜົນປື້ມນະຄອນໂຮ່ຈີມິນ.
ຈຳນວນຜູ້ອ່ານ, ນັກທ່ອງທ່ຽວທີ່ມາຖະໜົນປື້ມແມ່ນນັບມື້ນັບຫຼາຍຂຶ້ນກວ່າເກົ່າ, ເປັນຕົ້ນແມ່ນໃນໂອກາດທ້າຍອາທິດ, ເຫດການສໍາຄັນ. ຜົນສຳເລັດຂອງຖະໜົນປື້ມນະຄອນໂຮ່ຈີມິນ ໄດ້ປະກອບສ່ວນສ້າງບັນຍາກາດວັດທະນະທຳທີ່ເປັນເອກະລັກຢູ່ໃຈກາງນະຄອນ, ສ້າງຄວາມສະໜິດຕິດພັນລະຫວ່າງບັນດາສຳນັກພິມ, ຫົວໜ່ວຍຈັດພິມຈຳໜ່າຍ, ຊຸກຍູ້ການພັດທະນາວັດທະນະທຳການອ່ານ. ຫວ່າງແລ້ວນີ້, ຖະໜົນປື້ມນະຄອນໂຮ່ຈີມິນ ໄດ້ຮັບການຄັດເລືອກໃຫ້ແມ່ນໜຶ່ງໃນ 50 ສະຖານທີ່ທີ່ໜ້າຈັບໃຈຢູ່ນະຄອນໂຮ່ຈີມິນ ແລະ 13 ທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງ.
    |
 |
ເຂດປື້ມສຳລັບເຍົາວະຊົນຍາມໃດກໍ່ດຶງດູດເພື່ອນຜູ້ອ່ານອາຍຸນ້ອຍເປັນຈໍານວນຫຼວງຫຼາຍ. ພາບ: ທືເລ |
    |
 |
ການເຄື່ອນໄຫວພົບປະແລກປ່ຽນ, ກະທົບຊຶ່ງກັນ ແລະກັນໃນການພັດທະນາວັດທະນະທຳການອ່ານ. ພາບ: ທືເລ |
    |
 |
ຖະໜົນປື້ມດຶງດູດນັກທ່ອງທ່ຽວສາກົນເປັນຈຳນວນຫຼວງຫຼາຍມາຢ້ຽມຢາມ ແລະຊື້ເຄື່ອງຂອງຕ່າງໆ. ພາບ: ທືເລ |
    |
 |
ການເຄື່ອນໄຫວວາງສະແດງ, ໂຄສະນາກ່ຽວກັບທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນຢູ່ຖະໜົນປື້ມ. ພາບ: ທືເລ |
ໂດຍ: ເຈິ່ນຮວ່ຽນ