ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີເປີດ ມີສະຫາຍ ຟ້າມດຶກຕ່ວານ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງດ້ຽນບຽນ. ເຂົ້າຮ່ວມຍັງມີຜູ້ຕາງໜ້າການນຳບັນດາພະແນກ, ຄະນະ, ຂະແໜງການຂອງແຂວງດ້ຽນບຽນ ແລະການນຳແຂວງຫຼວງພະບາງ, ຜົ້ງສາລີ ແລະ ອຸດົມໄຊ (ສປປ ລາວ).

leftcenterrightdel
ສະຫາຍ ຟ້າມດຶກຕ່ວານ ກ່າວຄຳເຫັນທີ່ພິທີ. ພາບ: qdnd.vn

ຕາມແຜນການ, ໃນລະຫວ່າງວັນທີ 10 ກຸມພາ ຫາວັນທີ 21 ມີນາ, ນັກສຶກສາ 28 ຄົນ ທີ່ມາຈາກ 3 ແຂວງພາກເໜືອຂອງລາວ ຈະໄດ້ບຳລຸງຫົວເລື່ອງສະເພາະກ່ຽວກັບການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການສິດສອນ ແລະການນຳໃຊ້ອຸປະກອນສອນວິຊາຟີຊິກສາດ, ເຄມີສາດ ແລະຊີວະສາດ; ໄປຢ້ຽມຢາມສະຖານທີ່ປະຫວັດສາດ, ວັດທະນະທໍາໃນບໍລິເວນ; ໄປທັດສະນະສຶກສາຢູ່ບັນດາຮາກຖານການສຶກສາ ຂອງແຂວງດ້ຽນບຽນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີເປີດ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີເປີດ, ທ່ານ ຟ້າມດຶກຕ່ວານ ເນັ້ນໜັກວ່າ: ເພື່ອໃຫ້ຊຸດບຳລຸງບັນລຸໄດ້ໝາກຜົນສູງ, ສູນສຶກສາແຂວງດ້ຽນບຽນ ໄດ້ກະກຽມພື້ນຖານວັດຖຸຢ່າງຮອບຄອບ, ຄຸ້ມຄອງການສອນຢ່າງເຂັ້ມງວດ, ປະຕິບັດຕາມຫຼັກສູດຮັບປະກັນຄວາມຄືບໜ້າ ແລະຄຸນນະພາບ; ຖັນແຖວພະນັກງານປະຕິບັດຕາມຫຼັກສູດ ແລະແຜນການສອນຕາມທິດຊີ້ນຳຂອງພະແນກສຶກສາ ແລະກໍ່ສ້າງ ຢ່າງເຂັ້ມງວດ.

ໂດຍ: ທະນາພອນ