leftcenterrightdel
ນັກຮຽນຫວຽດນາມ ຍາດໄດ້ລາງວັນທີ 3 ໃນການແຂ່ງຂັນວິທະຍາສາດເຕັກນິກສາກົນ. ພາບ: moet.gov.vn

ການແຂ່ງຂັນວິທະຍາສາດເຕັກນິກສາກົນ ປີນີ້ມີ 61 ປະເທດ, ເຂດແຄ້ວນດ້ວຍ 1.302 ໂຄງການຂອງນັກຮຽນ 1.600 ຄົນເຂົ້າຮ່ວມ. ຫວຽດນາມ ມີ 7 ໂຄງການເຂົ້າຮ່ວມການແຂ່ງຂັນ ແລະແມ່ນໜຶ່ງໃນຈໍານວນ 33 ປະເທດ, ເຂດແຄ້ວນທີ່ມີໂຄງການຍາດໄດ້ລາງວັນຢ່າງເປັນທາງການ. ກະຊວງສຶກສາ ແລະກໍ່ສ້າງ ໃຫ້ຮູ້ວ່າ 7 ໂຄງການເຂົ້າຮ່ວມການແຂ່ງຂັນວິທະຍາສາດເຕັກນິກສາກົນປີນີ້ແມ່ນໄດ້ຄັດເລືອກຈາກ 143 ໂຄງການເຂົ້າຮ່ວມການແຂ່ງຂັນລະດັບຊາດສຳລັບນັກຮຽນມັດທະຍົມຕອນປາຍສົກຮຽນ 2022-2023.

ໂດຍ: ໄຊນີດາ