ເວທີປາໄສນະໂຍບາຍສ້າງວຽກເຮັດງານທໍາໃຫ້ຊາວໜຸ່ມປີ 2023
ກປ.ອອນໄລ - ເວທີປາໄສນະໂຍບາຍສ້າງວຽກເຮັດງານທໍາໃຫ້ຊາວໜຸ່ມປີ 2023 ໂດຍຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ສົມທົບກັບຄະນະກຳມາທິການວັດທະນະທຳ ແລະການສຶກສາ ຂອງສະພາແຫ່ງຊາດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ແລະຄະນະຊາວໜຸ່ມສູນກາງ ຈັດຂຶ້ນໃນວັນທີ 5 ພຶດສະພາ ຢູ່ຮ່າໂນ້ຍ.
    |
 |
ລາຍການສະແດງສິລະປະທີ່ເວທີປາໄສ. ພາບ: tienphong.vn |
ທີ່ເວທີປາໄສ, ການນຳຄະນະກຳມາທິການວັດທະນະທຳ ແລະການສຶກສາຂອງສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ ແລະການນຳບັນດາທ້ອງຖິ່ນໄດ້ປຶກສາຫາລືກ່ຽວກັບແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດກ່ຽວກັບວຽກເຮັດງານທຳໃຫ້ຊາວໜຸ່ມ; ມາດຕະການປະຕິບັດນະໂຍບາຍວຽກເຮັດງານທຳໃຫ້ແກ່ຊາວໜຸ່ມຢູ່ຊົນນະບົດ, ຊາວໜຸ່ມທີ່ເປັນກໍາມະກອນ, ຊາວໜຸ່ມໃນຕົວເມືອງ, ຊາວໜຸ່ມພິການ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍ... ໃຫ້ມີປະສິດທິຜົນ.
ບັນດາສະມາຊິກຊາວໜຸ່ມ ແລະຊາວໜຸ່ມໃນທົ່ວປະເທດໄດ້ຍົກອອກຂໍ້ສະເໜີແນະກ່ຽວກັບນະໂຍບາຍວຽກເຮັດງານທຳໃຫ້ຊາວໜຸ່ມໃນສະພາບການພາຍຫຼັງພະຍາດໂຄວິດ-19 ແລະການປະຕິວັດ 4.0... ເວທີປາໄສແມ່ນພື້ນຖານເພື່ອໃຫ້ສະພາແຫ່ງຊາດ, ລັດຖະບານ ຕົກລົງນະໂຍບາຍສ້າງວຽກເຮັດງານທໍາແກ່ຊາວໜຸ່ມ ໃຫ້ເໝາະສົມກັບສະພາບການໃໝ່.
ໂດຍ: ທູຈາງ