leftcenterrightdel
ນ້ອງ ມາຍດຶກງວຽນ ນັກຮຽນ ຫ້ອງມໍ 7A9, ໂຮງຮຽນປະຖົມສຶກສາ, ມັດທະຍົມຕອນຕົ້ນ ແລະມັດທະຍົມຕອນປາຍ ຫງວຽນບິງຄຽມ, ນະຄອນຮະລອງ, ແຂວງກວ໋າງນິງ (ເຂົ້າຮ່ວມແບບທາງໄກ) ໄດ້ຮັບລາງວັນທີ 2 ປະເພດພາບສາລະຄະດີ. ພາບ: quangninh.gov.vn

ຜູ້ຕາງໜ້າໜຶ່ງດ່ຽວຂອງຫວຽດນາມ ແມ່ນນ້ອງ ມາຍດຶກງວຽນ ນັກຮຽນຫ້ອງ ມໍ 7 A9, ໂຮງຮຽນປະຖົມສຶກສາ, ມັດທະຍົມຕອນຕົ້ນ ແລະມັດທະຍົມຕອນປາຍ ຫງວຽນບິງຄຽມ, ນະຄອນຮະລອງ, ແຂວງກວ໋າງນິງ ຍາດໄດ້ລາງວັນທີ 2 ປະເພດພາບສາລະຄະດີ. ບົດຂອງນ້ອງ ມາຍດຶກງວຽນ ດ້ວຍຫົວຂໍ້ “ມາຢາມລະບົບຕອງນໍ້າຝົນເປັນນໍ້າບໍລິສຸດດີທີ່ສຸດໃນໂລກ ຢູ່ໂຮງຮຽນ ຫງວຽນບິງຄຽມ, ຫວຽດນາມ” ແນະນໍາເຖິງມະຫາຊົນກ່ຽວກັບໂຄງການຫັນນໍ້າຝົນເປັນນໍ້າບໍລິສຸດ ເຊິ່ງໄດ້ຮັບການກໍ່ສ້າງ ແລະນຳໃຊ້ສໍາເລັດຢູ່ໂຮງຮຽນຂອງນ້ອງ. ນີ້ແມ່ນໂຄງການ ໂດຍກອງທຶນຮ່ວມມືແມ່ນໍ້າຂອງ - ສ.ເກົາຫຼີ (MKCF), ມະຫາວິທະຍາໄລແຫ່ງຊາດ ເຊອຸນ (SNU) ອຸປະຖໍາກໍ່ສ້າງ ໃນເດືອນມິຖຸນາ ປີ 2022, ນໍາໂຮງຮຽນ ຫງວຽນບິງຄຽມ ກາຍເປັນ “ໂຮງຮຽນນໍ້າຝົນ” ທໍາອິດ ຢູ່ອາຊີຕາເວັນອອກສ່ຽງໃຕ້.

ໂດຍ: ໄຊຊະນະ