leftcenterrightdel
ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໃຫ້ນັກຮຽນເກັ່ງທີ່ຍາດໄດ້ລາງວັນ. ພາບ: ແຄງຮ່າ.

ປີ 2022, ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໄດ້ສົ່ງຄະນະນັກຮຽນເກັ່ງຫວຽດນາມ 7 ຄະນະ ມີນັກຮຽນ 38 ເທື່ອຄົນໄດ້ເຂົ້າຮ່ວມ, ລວມມີ: 1 ຄະນະນັກຮຽນເກັ່ງດ້ານຄອມພິວເຕີ ເຂົ້າຮ່ວມການເສັງ Olympic ພາກພື້ນອາຊີ-ປາຊີຟິກ, 1 ຄະນະນັກຮຽນເກັ່ງດ້ານຟີຊິກ ເຂົ້າຮ່ວມການເສັງ Olympic ພາກພື້ນອາຊີ ແລະ 5 ຄະນະນັກຮຽນເກັ່ງເຂົ້າຮ່ວມການເສັງ Olympic ສາກົນ ແມ່ນວິຊາຄະນິດສາດ, ເຄມີສາດ, ຊີວະສາດ, ຟີຊິກ ແລະຄອມພິວເຕີ. ຜົນການສອບເສັງແມ່ນນັກຮຽນທຸກຄົນທີ່ເຂົ້າຮ່ວມລ້ວນແຕ່ໄດ້ຮັບລາງວັນ, ລວມມີ 13 ຫຼຽນຄຳ, 12 ຫຼຽນເງິນ, 8 ຫຼຽນທອງ ແລະ 5 ລາງວັນຊົມເຊີຍ. ຄະນະນັກຮຽນຂອງຫວຽດນາມ ສືບຕໍ່ນອນໃນ top 10 ປະເທດບັນລຸໝາກຜົນສູງສຸດ ທີ່ມີນັກຮຽນຫຼາຍຄົນຍາດໄດ້ຄະແນນສູງທີ່ສຸດ. ຫວຽດນາມ ມີ 7 ໂຄງການເຂົ້າຮ່ວມການເສັງ ISEF 2022, ໃນນັ້ນ, 2 ໂຄງການຍາດໄດ້ລາງວັນພິເສດໂດຍອົງການວິທະຍາສາດ-ເຕັກໂນໂລຢີ ແລະວິສາຫະກິດ ມອບໃຫ້.

ໂດຍ: ຈາງຫງວຽນ