leftcenterrightdel
ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລະຮັກສາການຜູ້ອໍານວຍການບໍລິຫານທະນາຄານໂລກ ຢູ່ຫວຽດນາມ ເປັນປະທານຮ່ວມກອງປະຊຸມສໍາມະນາ. ພາບ: ເທັ໊ດ້າຍ

ໃນໄລຍະກວ່າ 10 ປີຜ່ານມາ, ໂຄງການສຶກສາຂັ້ນອະນຸບານໄດ້ປະຕິບັດຢູ່ 15.461 ຮາກຖານ (ບັນລຸ 100%), ໃນນັ້ນມີເດັກນ້ອຍກວ່າ 5,2 ລ້ານຄົນ (99%) ຮຽນ 2 ຕອນ/ວັນ. ໃນຕາຕະລາງຈັດອັນດັບບັນດາປະເທດກ່ຽວກັບຂົງເຂດການສຶກສາປີ 2021, ຫວຽດນາມ ຢູ່ອັນດັບທີ 59, ເພີ່ມ 5 ຂັ້ນ ເມື່ອທຽບໃສ່ປີ 2020. ກອງປະຊຸມສໍາມະນາ ຍົກອອກມາດຕະການເພື່ອແນໃສ່ຍົກສູງຄຸນນະພາບຂອງການເບິ່ງແຍງດູແລ, ສຶກສາອົບຮົມໃຫ້ເດັກນ້ອຍໃນເກນອາຍຸຕໍ່າກວ່າ 6 ປີເວົ້າລວມ ແລະສ້າງໂຄງການສຶກສາຂັ້ນອະນຸບານເວົ້າສະເພາະ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສໍາຄັນເພື່ອກະກຽມພື້ນຖານທິດສະດີ ແລະພື້ນຖານຕົວຈິງໃຫ້ແກ່ການສ້າງໂຄງການສຶກສາໃໝ່ຢູ່ຂັ້ນອະນຸບານ.

ໂດຍ: ທູຈາງ