leftcenterrightdel
ຄະນະຈັດຕັ້ງ ມອບລາງວັນທີ 1 ໃຫ້ຄູສອນ ມີບົດບັນລະຍາຍດີທີ່ສຸດ. ພາບ: ຕຽນຈີງ

ພາຍຫຼັງການຜັນຂະຫຍາຍເປັນເວລາ 3 ເດືອນ, ການແຂ່ງຂັນໄດ້ຮັບບົດບັນລະຍາຍເກືອບ 110 ບົດຂອງຄູສອນໃນທົ່ວປະເທດ ແລະມີ 30 ບົດບັນລະຍາຍດີທີ່ສຸດໄດ້ຮັບເລືອກເຂົ້າຮອບຊີງຊະນະເລີດ. ຢູ່ທີ່ນີ້, ບັນດາຄູສອນໄດ້ແນະນຳໂດຍຫຍໍ້ກ່ຽວກັບເນື້ອໃນ, ວິທີບັນລະຍາຍ, ພ້ອມກັບອຸປະກອນປະກອບ ແລະຕອບຄໍາຖາມຂອງສະພາກຳມະການ. ຜົນປະກົດວ່າ, ຄະນະຈັດຕັ້ງໄດ້ມອບ 3 ລາງວັນທີ 1 ຕາມ 3 ຕາຕະລາງການແຂ່ງຂັນ (ຊັ້ນອະນຸບານ-ປະຖົມ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ-ສູນການສຶກສາວິຊາອາຊີບ-ສູນການສຶກສາຕໍ່ເນື່ອງ) ແລະ 3 ລາງວັນທີ 2, 3 ລາງວັນທີ 3 ແລະ 6 ລາງວັນຊົມເຊີຍ.

ໂດຍ: ເຈິ່ນຮວ່ຽນ