ເຂົ້າຮ່ວມ ແລະເປັນສັກຂີພິຍານພິທີລົງນາມມີຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ, ຜູ້ຕາງໜ້າບັນດາສາຂາຂອງ VSAK. ນີ້ແມ່ນເຫດການທີ່ມີຄວາມໝາຍໃນປີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ສ.ເກົາຫຼີ ແລະ 15 ປີແຫ່ງວັນສ້າງຕັ້ງ VSAK.

leftcenterrightdel
ບັນຍາກາດທີ່ພິທີລົງນາມ MOU ລະຫວ່າງ VSAK ແລະ SDV. ພາບ: ສໍານັກຂ່າວສານຫວຽດນາມ

VSAK ແລະ SDV ໃຫ້ຄໍາໝັ້ນສັນຍາທີ່ຈະສົມທົບກັນຈັດກອງປະຊຸມສໍາມະນາຮັບສະໝັກນັກສຶກສາ, ນົກຄົ້ນຄວ້າ ເພື່ອຊອກຫາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຂອງບໍລິສັດ SDV, ພ້ອມກັນນັ້ນນໍາມາເຊິ່ງຂໍ້ມູນຂ່າວສານ, ທັກສະທີ່ມີປະໂຫຍດໃນວິວັດການຊອກຫາວຽກເຮັດງານທໍາ.

ກ່າວຄຳເຫັນທີ່ພິທີ, ທ່ານ ເລວັນຮຸ່ງ, ເລຂາຜູ້ທີໜຶ່ງ, ສະຖານທູດຫວຽດນາມ ໃຫ້ຮູ້ວ່າ ນີ້ແມ່ນເຫດການມີຄວາມໝາຍທີ່ສຸດ, ເປັນຂີດໝາຍຄັ້ງທຳອິດທີ່ວິສາຫະກິດໃຫຍ່ຄື SDV ລົງນາມໃນສັນຍາຮ່ວມມືກັບສະມາຄົມນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ. ເຫດການດັ່ງກ່າວໄດ້ຮັບການຖືວ່າເປັນການເປີດສາກທີ່ດີ ແລະເປັນພື້ນຖານປະກອບສ່ວນເຂົ້າໃນການພັດທະນາປະເທດ. ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາໜູນຊ່ວຍ SDV ແລະ VSAK ຢ່າງສຸດຂີດເພື່ອສ້າງກາລະໂອກາດໃຫ້ນັກຮຽນ, ນັກສຶກສາຫວຽດນາມ ໃຫ້ຫຼາຍກວ່າອີກ.

ໂດຍ: ທະນາພອນ