ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 39 ປີແຫ່ງວັນຄູຫວຽດນາມ (20-11-1982 / 20-11-2021). ພິທີໄດ້ເຊີດຊູຄູປະຊາຊົນ 7 ຄົນ, ຄູດີເດັ່ນ 72 ຄົນທີ່ຂຶ້ນກັບບັນດາຮາກຖານສຶກສາສັງກັດກະຊວງສຶກສາ ແລະກໍ່ສ້າງ ພ້ອມກັບຄູອາຈານທີ່ພົ້ນເດັ່ນ 191 ຄົນປີ 2021 ທີ່ຄັດເລືອກຈາກ 63 ແຂວງ, ນະຄອນໃນທົ່ວປະເທດ. ຕອນຄໍ່າວັນດຽວກັນ, ລາຍການໂທລະພາບຖ່າຍທອດສົດ “ສະແດງຄວາມຮູ້ບຸນຄຸນ” ປີ 2021 ໄດ້ດໍາເນີນເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູຫວຽດນາມ.
ໂດຍ: ຈາງຫງວຽນ
Type the code from the image