leftcenterrightdel
ພິທີລົງນາມໃນໂຄງການຮ່ວມມືລະຫວ່າງ UNICEF ແລະອົງການສຶກສາ STEAM for Vietnam Foundation. ພາບ: ສໍານັກຂ່າວສານຫວຽດນາມ.

ສາຍພົວພັນຮ່ວມມືດັ່ງກ່າວ ເພື່ອແນໃສ່ຮັດແຄບຊ່ອງຫວ່າງດ້ານເຕັກນິກດີຈີຕອນ, ຊຸກຍູ້ໂອກາດສໍາຜັດກັບເຕັກໂນໂລຢີດີຈີຕອນໃຫ້ເດັກນ້ອຍ ແລະເຍົາວະຊົນຫວຽດນາມ ນັບລ້ານຄົນ. ພວກນ້ອງນ້ອຍຈະມີໂອກາດສໍາຜັດກັບການສຶກສາ STEAM ລະດັບໂລກໂດຍບໍ່ເສຍຄ່າ. ລະດູແລ້ງປີນີ້, ແຕ່ວັນທີ 27 ມິຖຸນາ ຫາວັນທີ 15 ສິງຫາ, ອົງການສຶກສາ STEAM for Vietnam Foundation ຈະຈັດຕັ້ງສອງຊຸດຮຽນໂດຍບໍ່ເສຍຄ່າໃຫ້ນັກຮຽນມີອາຍຸແຕ່ 6-18 ປີ. ເພື່ອຈົດທະບຽນ, ນັກຮຽນ ແລະພໍ່ແມ່ນັກຮຽນສາມາດເຂົ້າເວັບໄຊ: www.steamforvietnam.org.

ໂດຍ: ທະນາພອນ