ນອກຈາກມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ ມີໜ້າໃນຕາຕະລາງຈັດອັນດັບເປັນເວລາ 4 ປີຢ່າງຕໍ່ເນື່ອງແລ້ວ, ໃນການຈັດອັນດັບ QS WUR 2022, ຫວຽດນາມ ມີຮາກຖານການສຶກສາຕື່ມອີກ 2 ແຫ່ງມີຊື່ໃນຕາຕະລາງຈັດອັນດັບ ຄື: ມະຫາວິທະຍາໄລໂຕນດຶກຖັ໊ງ ແລະມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ.

leftcenterrightdel
ອັນດັບຂອງບັນດາມະຫາວິທະຍາໄລຫວຽດນາມໃນຕາຕະລາງຈັດອັນດັບ. ພາບ: giaoducthoidai.vn

ໃນປີນີ້, QS WUR 2022 ຈັດອັນດັບໃຫ້ 1.300 ໂຮງຮຽນໃນຈຳນວນຮາກຖານການສຶກສາທັງໝົດ 1.673 ແຫ່ງ, ສັງກັດ 93 ປະເທດ ແລະເຂດແຄວ້ນ. ຂໍ້ມູນຮັບໃຊ້ການຈັດອັນດັບແມ່ນອີງໃສ່ການສະເໜີຂອງນັກຮຽນຮູ້ 2 ລ້ານຄົນ ແລະການສະເໜີຂອງຜູ້ຮັບສະໝັກ  450 ພັນຄົນ, ຮັບເອົາຄວາມເຫັນປະກອບຂອງນັກຮຽນຮູ້ 130.000 ຄົນ ແລະຜູ້ຮັບສະໝັກໃນທົ່ວໂລກ  75.000 ຄົນ, ກໍ່ຄືວິໄຈບົດຄັດສະເໜີ 96 ລ້ານບົດ (ໃນໄລຍະປີ 2015-2020) ຈາກ 14,7 ລ້ານບົດຂ່າວ (ໃນໄລຍະປີ 2015-2019).

ໂດຍ: ທະນາພອນ