leftcenterrightdel
ທີມຊາດຫວຽດນາມ ເຂົ້າຮ່ວມການແຂ່ງຂັນ Olympic ໄອທີອາຊີ-ປາຊີຟິກ ປີ 2021. ພາບ: ກະຊວງສຶກສາ ແລະກໍ່ສ້າງ.

ນັກຮຽນ 2 ຄົນຍາດໄດ້ຫຼຽນຄໍາແມ່ນນ້ອງ ເລກວາງຮຸຍ, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາວິທະຍາສາດທໍາມະຊາດ (ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ) ແລະນ້ອງ ເຈືອງວັນກ໊ວກບ໊າວ, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຟານໂບ້ຍເຈົາ (ແຂວງເງະອານ). ການແຂ່ງຂັນ Olympic ໄອທີອາຊີ-ປາຊີຟິກ ປີ 2021 ໂດຍອິນໂດເນເຊຍ ເປັນປະເທດເຈົ້າພາຍຈັດຕັ້ງຜ່ານລະບົບທາງໄກ, ດ້ວຍການເຂົ້າຮ່ວມຂອງນັກຮຽນ 845 ຄົນທີ່ມາຈາກ 35 ປະເທດ ແລະເຂດແຄວ້ນ. ທີມຊາດຫວຽດນາມ ມີນັກຮຽນ 15 ຄົນເຂົ້າຮ່ວມການແຂ່ງຂັນຢູ່ມະຫາວິທະຍາໄລເຕັກໂນໂລຢີ (ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ) ໃນວັນທີ 22 ພຶດສະພາ.

ໂດຍ: ໄຊນີດາ