leftcenterrightdel
ຫຼວງພະບາງ, ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມນັ້ນແລ້ວ, ມີທຶນຮັບສະໝັກນັກສຶກສາໄປຮຽນຢູ່ລາວ 60 ທຶນເຊິ່ງແມ່ນທຶນຕາມສັນຍາປີ 2021. ໂຄງການທຶນສຶກສາລະດັບປະລິນຍາຕີ, ປະລິນຍາໂທ ແລະບຳລຸງພາສາລາວໄລຍະສັ້ນ (ບູລິມະສິດໃຫ້ຂະແໜງພາສາ, ວັດທະນະທໍາ, ການເມືອງ, ປະຫວັດສາດ, ພູມສາດ), ລວມມີ: ທຶນສຶກສາລະດັບປະລິນຍາໂທ 5 ທຶນ; ທຶນສຶກສາລະດັບປະລິນຍາຕີ ແລະທຶນກໍ່ສ້າງພາສາລາວ ໄລຍະສັ້ນ 55 ທຶນ (ລະບົບສອງປີ). ໂຄງການໄປຮຽນຢູ່ລາຊະອານາຈັກກໍາປູເຈຍ ຕາມທຶນສັນຍາປີ 2021 ມີທັງໝົດ 20 ທຶນ (ມະຫາວິທະຍາໄລ ແລະເໜືອມະຫາວິທະຍາໄລ), ທຶນຮຽນພາສາຂະແມ 15 ທຶນ.

ເວລາຮັບສໍາເນົາເອກະສານແມ່ນຮອດວັນທີ 31 ກໍລະກົດ. ກົມຮ່ວມມືສາກົນ, ກະຊວງສຶກສາ ແລະກໍ່ສ້າງ ຈະແຈ້ງຜົນການຄັດເລືອກໄປໃຫ້ຜູ້ສະໝັກຜ່ານທາງອີເມວ ໃນເດືອນ ສິງຫາ 2021. ຜູ້ຖືກຄັດເລືອກຈະໄປຮຽນຢູ່ລາວ ໃນເດືອນ ກັນຍາ 2021; ຮຽນຢູ່ກໍາປູເຈຍ ໃນເດືອນ ຕຸລາ 2021.

ໂດຍ: ເກື່ອງດັ້ງ