leftcenterrightdel
ພາບປະກອບຄັດຈາກ: nhandan.com.vn.

ຕາມນັ້ນແລ້ວ, ກະຊວງສຶກສາ ແລະກໍ່ສ້າງ ໄດ້ຮຽກຮ້ອງໃຫ້ບັນດາຮາກຖານການສຶກສາ ແລະກໍ່ສ້າງບໍ່ໃຫ້ມີຄວາມວິຕົກກັງວົນແຕ່ກໍ່ບໍ່ໃຫ້ລະເຫຼີງ, ປະໝາດ, ຂາດສະຕິລະວັງຕົວໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ພ້ອມທັງ, ຍົກສູງສະຕິຄວາມຮັບຜິດຊອບສ່ວນບຸກຄົນ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງຢູ່ທ້ອງຖິ່ນເພື່ອກໍາແໜ້ນສະພາບການ, ເປັນເຈົ້າການສ້າງແຜນການ, ແຜນງານ, ມາດຕະການກຽມພ້ອມຮັບມືກັບກໍລະນີພະຍາດທີ່ອາດຈະເກີດຂຶ້ນຢູ່ໃນໂຮງຮຽນ. ພິເສດ, ກະຊວງສຶກສາ ແລະກໍ່ສ້າງ ໄດ້ຮຽກຮ້ອງໃຫ້ບັນດາຮາກຖານການສຶກສາ ແລະກໍ່ສ້າງດັດປັບແຜນການສຶກສາ, ແຜນການສິດສອນ, ຈັດຕັ້ງການກວດກາ, ຕີລາຄາໃຫ້ສອດຄ່ອງກັບສະພາບຕົວຈິງຂອງທ້ອງຖິ່ນເພື່ອຮັບປະກັນຄວາມປອດໄພຢ່າງເດັດຂາດໃຫ້ແກ່ນັກຮຽນ, ນັກສຶກສາ, ຄູສອນ, ພະນັກງານຄຸ້ມຄອງການສຶກສາ.

ໂດຍ: ເກື່ອງດັ້ງ