leftcenterrightdel
ນັກຮຽນດີເດັ່ນ 14 ຄົນທີ່ຕາງໜ້າໃຫ້ນັກຮຽນຫວຽດນາມ ເຂົ້າຮ່ວມ ISEF 2021. ພາບ: ແຄ໋ງຮ່າ.

ນີ້ແມ່ນບັນດາໂຄງການທີ່ຍາດໄດ້ລາງວັນທີ 1 ໃນການແຂ່ງຂັນຄົ້ນຄວ້າວິທະຍາສາດເຕັກນິກລະດັບຊາດຂອງນັກຮຽນມັດທະຍົມ ສົກຮຽນ 2020-2021 ທີ່ຫາກໍ່ດໍາເນີນຢູ່ເທື່ອທຽນ-ເຫວ້. ທັງ 7 ໂຄງການຂອງຫວຽດນາມ ໄດ້ຜ່ານຮອບປະເມີນຜົນສໍາເນົາເອກະສານຂອງສະພາປະເມີນຜົນ ISEF 2021 ແລະມີເງື່ອນໄຂຄົບຖ້ວນໃນການເຂົ້າຮ່ວມ ISEF 2021. ເຂົ້າຮ່ວມ ISEF 2021 ມີປະມານ 1.500 ໂຄງການຂອງນັກຮຽນ 2.000 ຄົນທ່ີມາຈາກ 80 ກວ່າປະເທດ ແລະເຂດແຄວ້ນໃນທົ່ວໂລກ. ມູນຄ່າລາງວັນທັງໝົດທີ່ສະຫງວນໃຫ້ແກ່ ISEF 2021 ແມ່ນຫຼາຍກວ່າ 5 ລ້ານໂດລາສະຫະລັດ ເຊິ່ງຈະສະໜອງພາຍໃຕ້ຮູບການທຶນການສຶກສາ, ອຸປະຖໍາການລົງຝຶກງານ ແລະລາງວັນອື່ນໆ. 

ໂດຍ: ໄຊຊະນະ