leftcenterrightdel
ພິທີຕັດແຖບຜ້າໄຂງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ເລິມທິແທງເຟືອງ, ອຸປະທູດຊົ່ວຄາວຫວຽດນາມ ປະຈຳ ຍີ່ປຸ່ນ, ທັງເປັນຫົວໜ້າຄະນະຈັດຕັ້ງ ໃຫ້ຮູ້ວ່າ: ງານບຸນຫວຽດນາມ ຢູ່ ຍີ່ປຸ່ນ ແມ່ນໜຶ່ງໃນບັນດາວັນບຸນໃຫຍ່ກວ່າໝູ່ຢູ່ນະຄອນຫຼວງໂຕກຽວ. ງານບຸນຊ່ວຍໂຄສະນາຈຸດສະເພາະພິເສດຂອງອາຫານການກິນ ແລະວັດທະນະທຳຫວຽດນາມ ໃຫ້ແກ່ຊາວຍີ່ປຸ່ນ.

ທ່ານຮອງລັດຖະມົນຕີຕ່າງປະເທດຍີ່ປຸ່ນ Shingo Miyake ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງການພົວພັນຫວຽດນາມ - ຍີ່ປຸ່ນ. ທ່ານໃຫ້ຮູ້ວ່າ, ເລື່ອງການນຳຕ່າງປະເທດຄົນທຳອິດທີ່ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio ໄດ້ຕ້ອນຮັບພາຍຫຼັງດຳລົງຕຳແໜ່ງແມ່ນທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມີງຈິ໊ງ ນັ້ນແມ່ນພະຍານຫຼັກຖານຢ່າງຈະແຈ້ງກ່ຽວກັບການພັດທະນາການພົວພັນຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດ.

ຕາມທ່ານຮອງລັດຖະມົນຕີ Miyake ແລ້ວ, ກ່ອນທີ່ຈະເກີດໂລກລະບາດ, ບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດໄດ້ດຳເນີນໄປຢ່າງຟົດຟື້ນທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ໂລກລະບາດໄດ້ສົ່ງຜົນກະທົບຫຍໍ້ທໍ້ຕໍ່ກິດຈະກໍາເຫຼົ່ານີ້. ສະນັ້ນ, ງານບຸນແມ່ນເຫດການເພື່ອໃຫ້ຊາວຍີ່ປຸ່ນ ໄດ້ຮັບປະທານອາຫານຫວຽດນາມ ເຖິງວ່າຈະຢູ່ ໂຕກຽວ ກໍ່ຕາມ.

ໂດຍ: ທະນາພອນ