ງານວາງສະແດງ "ຮັກສາຄຳສະບານເອກະລາດ"
ກປ.ອອນໄລ - ຕອນບ່າຍວັນທີ 12 ສິງຫາ, ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໄດ້ຈັດຕັ້ງພິທີໄຂງານວາງສະແດງ "ຮັກສາຄຳສະບານເອກະລາດ".
    |
 |
ຜູ້ແທນຕັດແຖບຜ້າໄຂ. ພາບ: ແທັ່ງອານ |
ເຂົ້າຮ່ວມງານວາງສະແດງມີທ່ານພົນໂທ ຫງວຽນກວາງງອັກ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ. ທ່ານພົນໂທ ເຈືອງທຽນໂຕ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເປັນປະທານພິທີໄຂ.
ງານວາງສະແດງໄດ້ແນະນຳຮູບພາບ, ເອກະສານ, ວັດຖຸພັນກວ່າ 300 ແຜ່ນ ເພື່ອແນໃສ່ວາດພາບມີຊີວິດຊີວາໄລຍະຕໍ່ສູ້ເສຍສະຫຼະຊີວິດ, ທຸກຍາກລຳບາກແຕ່ສະຫງ່າລາສີທີ່ສຸດຂອງຊົນຊາດເຮົາໃນການເດີນທາງປົກປັກຮັກສາພື້ນຖານເອກະລາດ, ຮັກສາອຳນາດອະທິປະໄຕໄວ້ໃຫ້ໝັ້ນຄົງ, ສ້າງສາ ແລະປົກປັກຮັກສາປະເທດຊາດ, ລວມມີ 3 ຫົວຂໍ້, ຄື: ລະດູໃບໄມ້ຫຼົ່ນເອກະລາດ; ຮັກສາຄຳສະບານ; ກຽດສະຫງ່າຫວຽດນາມ. ງານວາງສະແດງບໍ່ພຽງແຕ່ວາດພາບຈິດໃຈສະຫງ່າຜ່າເຜີຍຂອງລະດູໃບໄມ້ຫຼົ່ນປະຫວັດສາດປີ 1945 ເທົ່ານັ້ນ, ຫາກຍັງແມ່ນຄໍາກ່າວເຕືອນໃຫ້ລຸ້ນຄົນໃນປະຈຸບັນ ແລະອະນາຄົດກ່ຽວກັບຄຸນຄ່າອັນສັກສິດຂອງເອກະລາດ, ອຳນາດອະທິປະໄຕ.
ໂດຍ: ເຈິ່ນຮວ່ຽນ