leftcenterrightdel
ວັດບ໊າຍດີ໊ງ. ພາບ: ສໍານັກຂ່າວສານຫວຽດນາມ

ຫວ່າງແລ້ວນີ້, ວັດບ໊າຍດີ໊ງ (ແຂວງນິງບິ່ງ) ມີຄວາມເປັນກຽດໂດຍ TripAdvisor - ພື້ນຖານການທ່ອງທ່ຽວທີ່ມີອິດທິພົນຊື່ສຽງແຖວໜ້າໂລກ ເຊີດຊູມອບລາງວັນ “Travellers’ Choice - ສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນດ້ວຍ “Blue checkmark” ພິເສດ.

ວັນທີ 10 ສິງຫາ, ພະແນກການທ່ອງທ່ຽວແຂວງນິງບິ່ງ ໃຫ້ຮູ້ວ່າ ວັດບ໊າຍດີ໊ງ ແມ່ນສະຖານທີ່ທ່ອງທ່ຽວໜຶ່ງດຽວ ໃນບັນຊີລາຍຊື່ “Blue checkmark” ທີ່ໄດ້ຢັ້ງຢືນໃນ TripAdvisor. ສິ່ງນີ້ບໍ່ພຽງແຕ່ສະແດງໃຫ້ເຫັນອິດທິພົນຊື່ສຽງທີ່ພົ້ນເດັ່ນຂອງວັດ ໃນສາຍຕາຂອງເພື່ອນມິດສາກົນເທົ່ານັ້ນ, ຫາກຍັງຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈເມື່ອແຂກທ່ອງທ່ຽວຊອກຫາຂໍ້ມູນອີກດ້ວຍ. ວັດບ໊າຍດີ໊ງ ຕັ້ງຢູ່ໃນເຂດປູຊະນີຍະສະຖານ ຈ່າງອານ, ເຂດມໍລະດົກວັດທະນະທຳ ແລະທຳມະຊາດໂລກ. ວັດ ບັນລຸໄດ້ລະດັບສະຖິຕິຫຼາຍຢ່າງຢູ່ອາຊີ ແລະຫວຽດນາມ ແຕ່ລະປີໄດ້ຕ້ອນຮັບແຂກທ່ອງທ່ຽວນັບລ້ານເທື່ອຄົນ, ພິເສດມີແຂກທ່ອງທ່ຽວມາທ່ຽວເປັນຈຳນວນຫຼວງຫຼາຍໃນໂອກາດບັນດາວັນບຸນຍາມຕົ້ນລະດູບານໃໝ່.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ