leftcenterrightdel
ນັກສິລະປິນກໍາປູເຈຍ ສະແດງໃນລາຍການ. ພາບ: ມີງເງິນ

ໃນລາຍການ, ນັກສິລະປິນຂອງຫວຽດນາມ ແລະກໍາປູເຈຍ ໄດ້ສະແດງບັນດາບົດເພງ, ຟ້ອນລຳພື້ນເມືອງຂອງຊາດສອງປະເທດ. ລາຍການດັ່ງກ່າວໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ພະນັກງານ, ນັກຮົບ ແລະປະຊາຊົນນະຄອນ, ປະກອບສ່ວນເຮັດໃຫ້ນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງປະຊາຊົນ ແລະກອງທັບສອງປະເທດເລິກເຊິ່ງກວ່າອີກ, ພິເສດແມ່ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການໂຄສະນາ, ການອົບຮົມສຶກສາໃຫ້ລຸ້ນໜຸ່ມສອງປະເທດ. ການສະແດງຂອງຄະນະສິລະປະກອງທັບລາຊະອານາຈັກກຳປູເຈຍ ຢູ່ຫວຽດນາມ ຄັ້ງນີ້ມີຄວາມໝາຍທາງດ້ານການເມືອງຢ່າງເລິກເຊິ່ງ, ປະກອບສ່ວນເພື່ອປະຊາຊົນ ແລະພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ເຂົ້າໃຈກ່ຽວກັບປະເທດຊາດ, ຊາວ, ວັດທະນະທໍາກໍາປູເຈຍ ກວ່າອີກ, ກໍ່ແມ່ນໂອກາດເພື່ອພົບປະແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈ, ຮັດແໜ້ນສາຍພົວພັນສາມັກຄີ, ບ້ານໃກ້ເຮືອນຄຽງອັນດີງາມລະຫວ່າງກອງທັບ ແລະປະຊາຊົນສອງປະເທດ.

ໂດຍ: ເຈິ່ນຮວ່ຽນ