ລາຍການສະແດງສິລະປະ “ເອກອ້າງທະນົງໃຈທີ່ໄດ້ເປັນຄົນຫວຽດນາມ”
ຕອນຄ່ຳວັນທີ 17 ສິງຫາ, ລາຍການສະແດງສິລະປະພິເສດ “ເອກອ້າງທະນົງໃຈທີ່ໄດ້ເປັນຄົນ ຫວຽດນາມ” ໄດ້ຈັດຂຶ້ນຢູ່ສະໜາມກິລາແຫ່ງຊາດ ໝີ໊ດິ່ງ, ຮ່າໂນ້ຍ. ລາຍການໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ປະສົບຜົນສຳເລັດ (19 ສິງຫາ 1945 / 19 ສິງຫາ 2025) ແລະ ວັນຊາດ ສສ ຫວຽດນາມ (2 ກັນຍາ 1945 / 2 ກັນຍາ 2025).