leftcenterrightdel
ພິທີໄຂການສາຍຟິມຮູບເງົາ. ພາບ: vov.vn

ເລື່ອງສາຍຟິມຮູບເງົາໃນຄັ້ງນີ້ແມ່ນເພື່ອແນໃສ່ປະກອບສ່ວນສຶກສາມູນເຊື້ອປະຫວັດສາດ, ຫຼໍ່ລ້ຽງອຸດົມຄະຕິປະຕິວັດໃຫ້ແກ່ລຸ້ນໜຸ່ມ, ແຜ່ກະຈາຍນ້ຳໃຈຮັກຊາດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ໂດ້ກວັກຫວຽດ, ຮອງຫົວໜ້າກົມຮູບເງົາ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ) ໃຫ້ຮູ້ວ່າ: “ນີ້ແມ່ນບັນດາຟິມຮູບເງົາໄດ້ສ້າງການແຜ່ກະຈາຍກ່ຽວກັບນ້ຳໃຈຮັກສາດ ແລະນ້ຳໃຈສາມັກຄີຂອງຊາດຢ່າງແຮງໃນໄລຍະຜ່ານມາ. ນັ້ນກໍ່ແມ່ນສານຂອງພວກຂ້າພະເຈົ້າ ທີ່ສົ່ງເຖິງພໍ່ແມ່ປະຊາຊົນບັນດາແຂວງເຂດ ໄຕງວຽນ, ພິເສດແມ່ນປະຊາຊົນແຂວງ ດັກລັກ”.

ແຫຼ່ງຄັດຈາກ: vovworld.vn