leftcenterrightdel
ການນຳນະຄອນດ່ານັ້ງ ມອບຂອງຂວັນໃຫ້ນັກທ່ອງທ່ຽວ ສ.ເກົາຫຼີ. ພາບ: qdnd.vn

ເຫດການດຳເນີນໄປຮອດວັນທີ 3 ສິງຫາ, ລວມມີບັນດາການເຄື່ອນໄຫວ, ຄື: ງານວາງສະແດງຜົນງານການຮ່ວມມືລະຫວ່າງນະຄອນດ່ານັ້ງ ແລະບັນດາຄູ່ຮ່ວມມື ສ.ເກົາຫຼີ; ວາງສະແດງ 80 ຮ້ານແນະນຳກ່ຽວກັບວັດທະນະທຳ, ຜະລິດຕະພັນ, ການບໍລິການຂອງສອງປະເທດ ແລະການລະຫຼີ້ນພື້ນເມືອງ ຫວຽດນາມ-ສ.ເກົາຫຼີ; ພົບປະແລກປ່ຽນ ແລະມອບຫຼຽນກາລະນຶກລະຫວ່າງອຳນາດການປົກຄອງນະຄອນ Pyeongtaek (ສ.ເກົາຫຼີ) ແລະນັກຮຽນດ່ານັ້ງ ມີຮູບທີ່ເຂົ້າຮ່ວມງານວາງສະແດງຮູບແຕ້ມຢູ່ Pyeongtaek... ຈຸດພົ້ນເດັ່ນແມ່ນພິທີຕ້ອນຮັບນັກທ່ອງທ່ຽວສ.ເກົາຫຼີ ຄົນທີ 1 ລ້ານຄົນທີ່ມານະຄອນດ່ານັ້ງ ໃນປີ 2025. ໃນຂອບເຂດເຫດການຍັງດໍາເນີນກອງປະຊຸມ “ການພົບປະ ສ.ເກົາຫຼີ ຢູ່ນະຄອນດ່ານັ້ງ: ກາລະໂອກາດເພີ່ມທະວີການຮ່ວມມືລະຫວ່າງນະຄອນດ່ານັ້ງ ແລະບັນດາຄູ່ຮ່ວມມື ສ.ເກົາຫຼີ”.

ເຫດການຄັ້ງນີ້ແມ່ນໂອກາດຊ່ວຍໃຫ້ບັນດາວິສາຫະກິດ ແລະນັກລົງທຶນ ສ.ເກົາຫຼີ ເຂົ້າໃຈກວ່າກ່ຽວກັບກາລະໂອກາດ, ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງນະຄອນດ່ານັ້ງໃໝ່, ເຮັດໃຫ້ເລິກເຊິ່ງ ແລະເປີດກວ້າງການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະສ.ເກົາຫຼີ  ກວ່າອີກ.

ໂດຍ: ເຈິ່ນຮວ່ຽນ