ປຸກລະດົມການແຂ່ງຂັນປະດິດສ້າງ video, clip “ຄວາມປະທັບໃຈຕໍ່ການທ່ອງທ່ຽວຫວຽດນາມ”
ກປ.ອອນໄລ - ຕອນບ່າຍວັນທີ 13 ສິງຫາ, ທີ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມຂ່າວ ປຸກລະດົມການແຂ່ງຂັນປະດິດສ້າງ video, clip “ຄວາມປະທັບໃຈຕໍ່ການທ່ອງທ່ຽວຫວຽດນາມ”.
ເຫດການໂດຍສູນຫັນເປັນດີຈີຕອນວັດທະນະທໍາ, ກິລາ ແລະທ່ອງທ່ຽວ ສົມທົບກັບກອງທຶນໜູນຊ່ວຍພັດທະນາການທ່ອງທ່ຽວ ແລະຫົວໜ່ວຍກ່ຽວຂ້ອງຕ່າງໆຈັດຕັ້ງເພື່ອແນໃສ່ຍູ້ແຮງການສົ່ງເສີມ, ໂຄສະນາເຜີຍແຜ່ ແລະຢັ້ງຢືນເຄື່ອງໝາຍການທ່ອງທ່ຽວຂອງຊາດ.
ໃນນັ້ນ, ຄະນະຈັດຕັ້ງສົ່ງເສີມເປັນພິເສດຫົວຂໍ້ຈຸດສຸມ, ເໝາະສົມກັບການນໍານົດທິດທາງດ້ານການທ່ອງທ່ຽວຂອງຊາດ, ຄື: ມໍລະດົກວັດທະນະທໍາ, ຜະລິດຕະພັນການທ່ອງທ່ຽວໃໝ່, ການເຂົ້າຮ່ວມການທ່ອງທ່ຽວສີຂຽວ, ການທ່ອງທ່ຽວທີ່ມີຄວາມຮັບຜິດຊອບ, ການທ່ອງທ່ຽວສຸຂະພາບ, ການທ່ອງທ່ຽວ golf, ການທ່ອງທ່ຽວ MICE...
    |
 |
ບັນຍາກາດທີ່ກອງປະຊຸມຂ່າວປຸກລະດົມການແຂ່ງຂັນປະດິດສ້າງ video, clip “ຄວາມປະທັບໃຈຕໍ່ການທ່ອງທ່ຽວຫວຽດນາມ”. ພາບ:qdnd.vn |
ທ່ານນາງ ຫງວຽນທິຮວ່າງລານ, ຜູ້ອໍານວຍການສູນຫັນເປັນດີຈີຕອນວັດທະນະທໍາ, ກິລາ ແລະທ່ອງທ່ຽວ; ຫົວໜ້າຄະນະບັນນາທິການປະຕູຖານຂໍ້ມູນເອເລັກໂຕນິກຂອງກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ, ຫົວໜ້າຄະນະຈັດຕັ້ງການແຂ່ງຂັນ ເນັ້ນໜັກວ່າ: “ດ້ວຍຄວາມສາມາດປະດິດສ້າງຂອງປະຊາຄົມ, ແງ່ມູມທີ່ເປັນເອກະລັກສະເພາະ, ໃໝ່ອ່ຽມ, ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ການແຂ່ງຂັນຈະນໍາມາເຊິ່ງບັນດາ video ທີ່ເປັນເອກະລັກສະເພາະ, ສ່ອງແສງເຖິງຄວາມງາມຂອງປະເທດ, ຊາວຫວຽດນາມ ຢ່າງພຽງພໍ. ການແຂ່ງຂັນບໍ່ພຽງແຕ່ແມ່ນສະໜາມຫຼີ້ນສິລະປະເທົ່ານັ້ນ, ຫາກຍັງແມ່ນບ່ອນທີ່ແຕ່ລະຄົນແນະນໍາເລື່ອງລາວຂອງຕົນກ່່ຽວກັບປະເທດຫວຽດນາມ, ຜ່ານນັ້ນປະກອບສ່ວນກໍ່ສ້າງເຄື່ອງໝາຍການທ່ອງທ່ຽວຫວຽດນາມ - ສະຖານທີ່ທ່ອງທ່ຽວທີ່ປອດໄພ, ເປັນມິດ ແລະຈັບອົກຈັບໃຈ”.
ໂດຍ: ທູຈາງ