ໂຄສະນາວັດທະນະທຳອາຫານການກິນຫວຽດນາມ ຢູ່ງານຕະຫຼາດນັດປຶ້ມຮົງກົງ (ຈີນ)
ກປ.ອອນໄລ - ງານຕະຫຼາດນັດປຶ້ມຮົງກົງ ຄັ້ງທີ 35 ໂດຍສະພາພັດທະນາການຄ້າຮົງກົງ (HKTDC) ຈັດຕັ້ງ, ພວມດໍາເນີນຢູ່ສູນປະຊຸມ ແລະງານວາງສະແດງຮົງກົງ (ຈີນ).
ດ້ວຍຫົວຂໍ້ “ວັດທະນະທຳອາຫານການກິນ ແລະຊີວິດໃນອະນາຄົດ”, ຜ່ານການວາງສະແດງ ແລະແນະນຳປຶ້ມກ່ຽວກັບວັດທະນະທໍາ, ທັດສະນີຍະພາບ ແລະອາຫານການກິນຫວຽດນາມ, ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ຮົງກົງ ແລະມາກາວ ໄດ້ແນະນຳສະຖານທີ່ຈັບອົກຈັບໃຈ ແລະເຍື່ອງອາຫານຈາກທຸກເຂດຂອງປະເທດ, ຊ່ວຍໃຫ້ຜູ້ອ່ານ ແລະນັກທ່ອງທ່ຽວມີມູມມອງຢ່າງຮອບດ້ານກ່ຽວກັບຮູບແຕ້ມທິວທັດທໍາມະຊາດ ແລະອາຫານການກິນຫວຽດນາມ. ທ່ານນາງ ເລດຶ໊ກແຮ້ງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳ ຮົງກົງ ແລະມາກາວ ໃຫ້ຮູ້ວ່າ ງານຕະຫຼາດນັດປຶ້ມປີນີ້ແມ່ນກາລະໂອກາດ ເພື່ອໂຄສະນາການທ່ອງທ່ຽວຫວຽດນາມ ແລະເພື່ອຊຸກຍູ້ອາຫານການກິນຫວຽດນາມ ຢູ່ຮົງກົງ.
    |
 |
ນັກທ່ອງທ່ຽວສາກົນ ຊອກຮູ້ກ່ຽວກັບວັດທະນະທໍາຂອງຫວຽດນາມ ຢູ່ງານວາງສະແດງ. ພາບ: ສໍານັກຂ່າວສານຫວຽດນາມ |
ຢ້ຽມຊົມຮ້ານວາງສະແດງຫວຽດນາມ, ທ່ານ Amir Lati ຫົວໜ້າກົງສູນໃຫຍ່ອິດສະຣາແອນ ປະຈໍາ ຮົງກົງ ແລະມາກາວ ໃຫ້ຮູ້ວ່າ: “ຫວຽດນາມ ແລະອິດສະຣາແອນ ມີການພົວພັນອັນດີງາມໃນຫຼາຍຂົງເຂດການຄ້າ, ເຕັກໂນໂລຢີ, ກະສິກຳ... ຂ້າພະເຈົ້າໄດ້ມາຫວຽດນາມ ຫຼາຍຄັ້ງ ແລະໄດ້ຊິມອາຫານຫຼາຍເຍື່ອງ, ໃນນັ້ນມີ ເຂົ້າຈີ່, ເຝີ... ຂ້າພະເຈົ້າ ຮູ້ສຶກປະທັບໃຈອາຫານຫວຽດນາມ ທີ່ສຸດແມ່ນສົດ ແລະແຊບຊ້ອຍ, ອາຫານການກິນຫວຽດນາມ ກໍ່ພວມພັດທະນາຢູ່ອິດສະຣາແອນ ຍ້ອນວັດຖຸດິບສົດ, ແຊບ ແລະດີໃຫ້ສຸຂະພາບ. ກາເຟຂອງຫວຽດນາມ ຍັງມີລົດຊາດແຊບຊ້ອຍ ແລະໄດ້ຮັບການນິຍົມຢູ່ອິດສະຣາແອນ”.
ງານຕະຫຼາດນັດປຶ້ມຮົງກົງປີນີ້ຄາດວ່າຈະດຶງດູດນັກທ່ອງທ່ຽວ 1 ລ້ານເທື່ອຄົນເປັນເວລາ 7 ວັນຕິດຕໍ່ກັນ. ງານຕະຫຼາດນັດປຶ້ມຈະສິ້ນສຸດໃນວັນທີ 22 ກໍລະກົດ.
ໂດຍ: ເຈິ່ນຮວ່ຽນ