ຈຳນວນແຂກທ່ອງທ່ຽວໄປຍັງເຫວ້ ເພີ່ມຂຶ້ນກວ່າ 71%
ໃນ 7 ເດືອນຕົ້ນປີນີ້, ນະຄອນເຫວ້ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 4 ລ້ານຄົນ ເພີ່ມຂຶ້ນ 71% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້, ໃນນັ້ນແຂກທ່ອງທ່ຽວສາກົນກວມເອົາກວ່າ 1,2 ລ້ານເທື່ອຄົນ.
ຈຳນວນແຂກທ່ອງທ່ຽວພັກອາໄສຢູ່ເຫວ້ ໃນ 7 ເດືອນຜ່ານມາ ບັນລຸເກືອບ 1,5 ລ້ານເທື່ອຄົນ, ເພີ່ມຂຶ້ນກວ່າ 23% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ມີການເຕີບໂຕທີ່ເປັນໜ້າປະທັບໃຈນີ້ຍ້ອນບັນດາເຫດການວັດທະນະທຳ, ວັນບຸນທີ່ມີຂອບຂະໜາດໃຫຍ່ທີ່ໄດ້ຈັດຂຶ້ນເປັນປະຈຳ, ພິເສດແມ່ນ Festival ເຫວ້ ແລະບັນດາການເຄື່ອນໄຫວໃນຂອບເຂດປີທ່ອງທ່ຽວແຫ່ງຊາດ 2025 ໂດຍເຫວ້ ເປັນເຈົ້າພາບຈັດຂຶ້ນ. ທ່ານ ຫງວຽນແທັງບິ່ງ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນເຫວ້ ໃຫ້ຮູ້ວ່າ ນະຄອນພວມຍູ້ແຮງການໂຄສະນາພາບພົດ, ພັດທະນາບັນດາຜະລິດຕະພັນທ່ອງທ່ຽວໃໝ່, ໝູນໃຊ້ທ່າໄດ້ປຽບຂອງມໍລະດົກສົມທົບກັບປັດໄຈທັນສະໄໝເພື່ອແນໃສ່ດຶງດູດມູນຄ່າການໃຊ້ຈ່າຍຂອງແຂກທ່ອງທ່ຽວເພີ່ມຂຶ້ນ ແລະມຸ່ງໄປເຖິງການພັດທະນາການທ່ອງທ່ຽວແບບຍືນຍົງ.
ແຫຼ່ງຄັດຈາກ: vovworld.vn