ຜົນສຳເລັດທີ່ສະແດງໃຫ້ເຫັນກໍາລັງແຮງສັງລວມ
ການປະຊຸມຄັ້ງທີ 47 ຂອງຄະນະກຳມະການມໍລະດົກໂລກ ສຶ້ນກັບອົງການສຶກສາ, ວິທະຍາສາດ ແລະວັດທະນະທຳ ສະຫະປະຊາຊາດ (UNESCO) ທີ່ໄດ້ຈັດຂຶ້ນຢູ່ຝຣັ່ງ ໃນຫວ່າງມໍ່ໆມານີ້ ໄດ້ຕົກລົງຮັບຮອງກຸ່ມປູຊະນີຍະສະຖານ ອຽນຕື-ວິ້ງຫງຽມ, ໂກນເຊີນ, ກຽບບາກ ເປັນມໍລະດົກວັດທະນະທຳໂລກ; ອະນຸມັດໃຫ້ມີການດັດປັບຂອບເຂດ, ເຂດແດນຂອງມໍລະດົກທາງທຳມະຊາດໂລກ ອຸທິຍານແຫ່ງຊາດຟອງນາ-ແກບາງ (ແຂວງກວາງຈິ, ຫວຽດນາມ) ເພື່ອກວມເອົາທັງອຸທິຍານແຫ່ງຊາດ ຫີນໜາມໜໍ່ (ແຂວງຄຳມ່ວນ, ລາວ) ດ້ວຍຊື່ວ່າ: “ອຸທິຍານແຫ່ງຊາດຟອງນາ-ແກບາງ ແລະອຸທິຍານແຫ່ງຊາດ ຫີນໜາມໜໍ່”.
ຕາມການຕີລາຄາຂອງຄະນະກຳມະການມໍລະດົກໂລກ ແລ້ວ, ກຸ່ມປູຊະນີຍະສະຖານ ອຽນຕື-ວິ້ງຫງຽມ, ໂກນເຊີນ, ກຽບບາກ ໄດ້ຮັບການຮັບຮອງເປັນມໍລະດົກໂລກຕາມມາດຕະຖານ (iii) ແລະ (vi), ເປັນພະຍານຫຼັກຖານຂອງການປະສົມປະສານທີ່ເປັນເອກະລັກສະເພາະລະຫວ່າງລັດ, ສາສະໜາ ແລະປະຊາຊົນ ໃນການສ້າງສີສັນຂອງຊາດຫວຽດນາມ; ພ້ອມດ້ວຍທິວທັດທີ່ສັກກາລະບູຊາໄດ້ຮັບການສ້າງຕັ້ງຂຶ້ນຜ່ານການກະທົບເຊິ່ງກັນ ແລະກັນຢ່າງເປັນປະຈໍາ, ໃກ້ຊິດກັບທຳມະຊາດ ແລະລະບົບຄຸນສົມບັດໂດຍອີງໃສ່ນ້ຳໃຈຮັກຫອມສັນຕິພາບ, ການຝຶກຝົນຫຼໍ່ຫຼອມຕົນເອງ, ຄວາມຜ່ອນສັ້ນຜ່ອນຍາວ, ຄວາມເມດຕາ ແລະຄວາມສົມດຸນລະຫວ່າງມະນຸດ ແລະ ທຳມະຊາດ.
ໃນຂະນະນັ້ນ, ອຸທິຍານແຫ່ງຊາດຟອງນາ-ແກບາງ ແລະອຸທິຍານແຫ່ງຊາດ ຫີນໜາມໜໍ່ ໄດ້ຮັບການຂຶ້ນທະບຽນໂດຍ UNESCO ຕາມມາດຖານທາງທໍລະນີ, ພູມສັນຖານ (ມາດຖານ viii), ລະບົບນິເວດ (ມາດຖານ ix) ແລະຊີວະນາໆພັນ (ມາດຖານ x); ແມ່ນໜຶ່ງໃນບັນດາທັດສະນີຍະພາບ karst ຫີນປູນ ແລະລະບົບນິເວດທີ່ໂດດເດັ່ນ ແລະຄົບຖ້ວນທີ່ສຸດໃນໂລກ. ໂດຍຕັ້ງຢູ່ຈຸດຕັດກັນຂອງສາຍພູອານນາມ ແລະແລວຫີນປູນອິນດູຈີນ ທາງພາກກາງ, ຂ້າມຊາຍແດນຫວຽດນາມ ແລະ ລາວ. ການກໍາເນີດ karst (ປະກົດການດິນຟ້າອາກາດ ທີ່ມີລັກສະນະ ພິເສດຂອງພູຫີນປູນ) ໄດ້ຄົ້ນພົບຕັ້ງແຕ່ຍຸກ Paleozoic ປະມານ 400 ລ້ານປີກ່ອນ ແລະຖືວ່າເປັນເຂດ karst ທີ່ມີຂະໜາດໃຫຍ່ ແລະເກົ່າແກ່ທີ່ສຸດໃນອາຊີ. ຄວາມຫຼາກຫຼາຍຂອງລະບົບນິເວດ ໄດ້ພົບເຫັນໃນທັດສະນີຍະພາບດັ່ງກ່າວປະກອບມີປ່າ karst ແຫ້ງ ໃນລະດັບຄວາມສູງຫຼາຍ, ປ່າຊຸ່ມຊື້ນໃນລະດັບຄວາມສູງຕໍ່າ ແລະລະບົບຖ້ຳໃຕ້ດິນທີ່ກວ້າງໃຫຍ່. ໃນຈໍານວນໂຄງປະກອບໃຕ້ດິນເຫຼົ່ານີ້ ມີລະບົບຖໍ້າກວ່າ 220 ກິໂລແມັດ ແລະລະບົບແມ່ນ້ຳໃຕ້ດິນ ໄດ້ຮັບຖືວ່າມີຄວາມສຳຄັນສໍາລັບທົ່ວໂລກ.
    |
 |
ນັກທ່ອງທ່ຽວ ຢ້ຽມຊົມອຸທິຍານແຫ່ງຊາດ ຟອງຍາ-ແກບາງ. ພາບ: ມິງຕູ໊ |
ຮສຈ, ປອ ເລທິທູຮ່ຽນ ຫົວໜ້າກົມມໍລະດົກວັດທະນະທຳ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ) ໄດ້ຢືນຢັນວ່າ ເລື່ອງ UNESCO ຂຶ້ນທະບຽນກຸ່ມປູຊະນີຍະສະຖານ ອຽນຕື-ວິ້ງຫງຽມ, ໂກນເຊີນ, ກຽບບາກ ພ້ອມກັບອຸທິຍານແຫ່ງຊາດ ຟອງຍາ-ແກບາງ ແລະອຸທິຍານແຫ່ງຊາດ ຫີນໜາມໜໍ່ ແມ່ນໝາກຜົນທີ່ສະແດງໃຫ້ເຫັນກໍາລັງແຮງສັງລວມ, ການສົມທົບຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງບັນດາທ້ອງຖິ່ນກັບກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ; ລະຫວ່າງກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ກັບກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ; ຂອງກະຊວງການຕ່າງປະເທດ, ສະພາມໍລະດົກວັດທະນະທໍາແຫ່ງຊາດ ແລະນັກຊ່ຽວຊານຂອງຫວຽດນາມ ທີ່ເຂົ້າຮ່ວມ ຄະນະກໍາມະການມໍລະດົກໂລກຂອງຫວຽດນາມ. ການປະກອບສ່ວນດັ່ງກ່າວຍັງສະແດງໃຫ້ເຫັນຄໍາໝັ້ນສັນຍາ, ຄວາມຮັບຜິດຊອບຂອງຫວຽດນາມ ໃນການອະນຸລັກຮັກສາບັນດາມໍລະດົກ ບໍ່ພຽງແຕ່ຢູ່ຫວຽດນາມ ເທົ່ານັ້ນ, ຫາກຍັງຢູ່ອາຊີຕາເວັນອອກສ່ຽງໃຕ້, ຮັກສາໄວ້ໃຫ້ປະຈຸບັນ ແລະຖ່າຍທອດໃຫ້ຄົນລຸ້ນຫຼັງ.
ອະນຸລັກຮັກສາ ແລະຂຸດຄົ້ນມໍລະດົກໂລກ ຢ່າງມີປະສິດທິຜົນ
ຄິດໄລ່ມາຮອດປັດຈຸບັນ, UNESCO ໄດ້ຂຶ້ນທະບຽນ 9 ມໍລະດົກ ທັງດ້ານວັດທະນະທຳ ແລະທຳມະຊາດຂອງຫວຽດນາມ. ບັນດາມໍລະດົກເຫຼົ່ານີ້ຫຼັງຈາກໄດ້ຮັບການຮັບຮອງຈາກ UNESCO ແລ້ວ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ນິຍົມຂອງນັກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດ, ປະກອບສ່ວນເຂົ້າໃນການພັດທະນາວັດທະນະທຳ-ສັງຄົມ ແລະການທ່ອງທ່ຽວຂອງບັນດາທ້ອງຖິ່ນທີ່ມີມໍລະດົກນັ້ນ.
ສະຫາຍ ຮວ່າງດ້າວເກືອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ: “ອຸທິຍານແຫ່ງຊາດ ຟອງຍາ-ແກບາງ ແລະອຸທິຍານແຫ່ງຊາດ ຫີນໜາມໜໍ່ ກາຍເປັນມໍລະດົກໂລກຂ້າມຊາຍແດນແຫ່ງທຳອິດຂອງຫວຽດນາມ ແລະລາວ ສະແດງໃຫ້ເຫັນຄວາມສຳຄັນຂອງການຮ່ວມມືທົ່ວໂລກໂດຍຜ່ານການສະເໜີໃຫ້ຂຶ້ນມໍລະດົກຮ່ວມ, ປະກອບສ່ວນຊຸກຍູ້ສັນຕິພາບ ແລະຄວາມໝັ້ນຄົງ ຕາມທັດສະນະຂອງ UNESCO, ຮັດແໜ້ນສາຍພົວພັນມິດຕະພາບ ແລະຄວາມສາມັກຄີລະຫວ່າງສອງປະເທດ. ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍ່ຢາກເຊີນຜູ້ແທນຈາກຄະນະກຳມະການມໍລະດົກໂລກ ມາຢ້ຽມຊົມອຸທິຍານແຫ່ງຊາດຟອງຍາ-ແກບາງ ແລະອຸທິຍານແຫ່ງຊາດຫີນໜາມໜໍ່, ເພື່ອໜູນຊ່ວຍດ້ານປະສົບການໃນການຄຸ້ມຄອງມໍລະດົກໂລກຂ້າມແດນແຫ່ງທໍາອິດ ໃຫ້ແກ່ຫວຽດນາມ ແລະ ລາວ”.
ເມື່ອແບ່ງປັນກັບນັກຂ່າວໜັງສືພິມກອງທັບປະຊາຊົນ, ຮສຈ. ປອ ດັ້ງວັນບ່າຍ, ຮອງປະທານສະພາມໍລະດົກວັດທະນະທຳແຫ່ງຊາດ ຖືວ່າ ເລື່ອງອຸທິຍານແຫ່ງຊາດຟອງຍາ-ແກບາງ ຂະຫຍາຍສົມທົບກັບອຸທິຍານແຫ່ງຊາດຫີນໜາມໜໍ່ ແມ່ນທ່າອ່ຽງພັດທະນາລວມຂອງໂລກ. ການຮ່ວມມືນີ້ບໍ່ພຽງແຕ່ມີຄຸນຄ່າຢ່າງໃຫຍ່ຫຼວງຕໍ່ການພັດທະນາທາງດ້ານວັດທະນະທຳ-ສັງຄົມ, ການທ່ອງທ່ຽວຂອງສອງປະເທດ ເທົ່ານັ້ນ, ຫາກຍັງຮັດແໜ້ນນໍ້າໃຈມິດຕະພາບ, ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ-ລາວ ອີກດ້ວຍ. ຮສຈ. ປອ ດັ້ງວັນບ່າຍ ຢືນຢັນວ່າ “ເລື່ອງ UNESCO ຂຶ້ນທະບຽນເຂດປູຊະນີຍະສະຖານ ອຽນຕື-ວິ້ງຫງຽມ, ໂກນເຊີນ, ກຽບບາກ ເປັນມໍລະດົກວັດທະນະທຳໂລກ; ອຸທິຍານແຫ່ງຊາດ ຟອງຍາ-ແກບາງ ແລະອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກທຳມະຊາດໂລກ ຈະຊ່ວຍສ້າງສະດວກ ແລະສົມບູນຂຶ້ນກວ່າເກົ່າທາງດ້ານມໍລະດົກ, ປະກອບສ່ວນຂະຫຍາຍຊັບພະຍາກອນເພື່ອພັດທະນາການທ່ອງທ່ຽວ ແລະແຫຼ່ງຊັບພະຍາກອນ ຈະລວມສູນກວ່າເພືື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກໃຫ້ນັບມື້ນັບດີຂຶ້ນ”.
ໂດຍ: ທູຈາງ