ພາຍຫຼັງດໍາເນີນເວລາເກືອບ 2 ເດືອນ (ແຕ່ວັນທີ 31 ພຶດສະພາ ຫາວັນທີ 12 ກໍລະກົດ), ງານບຸນບັ້ງໄຟດອກສາກົນດ່ານັ້ງ (DIFF 2025) 2025 ໄດ້ປິດລົງ ແລະລາງວັນແຊ້ມໄດ້ຕົກເປັນຂອງທີມ Jiangxi Yangfeng (ຈີນ).

DIFF 2025 ມີຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ດ້ວຍ 10 ທີມເຂົ້າຮ່ວມ ແລະເປັນໄລຍະເວລາທີ່ດົນທີ່ສຸດໃນແຕ່ລະໄລຍະ. ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມ ມີ 2 ທີມເຂົ້າຮ່ວມການແຂ່ງຂັນ ແລະກໍ່ເປັນຄັ້ງທຳອິດທີ່ຜູ້ຕາງໜ້າຂອງຫວຽດນາມ ເຂົ້າຮອບຊີງຊະນະເລີດ ແລະຍາດໄດ້ລາງວັນຮອງຊະນະເລີດ.

ທ່ານນາງ Nadia Shakira Wong, ຜູ້ອຳນວຍການບໍລິຫານ Global 2000, ບໍລິສັດໃຫ້ຄຳປຶກສາບັ້ງໄຟດອກແຖວໜ້າໂລກ, ໃຫ້ຮູ້ວ່າ ນີ້ແມ່ນລາງວັນທີ່ມີຄຸນນະພາບເທົ່າກັນ ແລະປະດິດສ້າງທີ່ສຸດແຕ່ກ່ອນມາຮອດປະຈຸບັນ. ບັນດາທີມໄດ້ນຳໃຊ້ເຕັກໂນໂລຢີທີ່ທັນສະໄໝເປັນຢ່າງດີ, ຖ່າຍທອດສີສັນວັດທະນະທໍາເຂົ້າໃນແຕ່ລະຈັງຫວະການຈູດບັ້ງໄຟດອກ. DIFF ແມ່ນງານບຸນບັ້ງໄຟດອກໃຫຍ່ທີ່ສຸດ ແລະຍາວທີ່ສຸດໃນທົ່ວໂລກເມື່ອມີເຖິງ 10 ປະເທດເຂົ້າຮ່ວມ.

leftcenterrightdel
ລາຍການສະແດງຍິງບັ້ງໄຟດອກຂອງທີມບັ້ງໄຟດອກ Z121 Vina Pyrotech (ຫວຽດນາມ) ໃນຕອນຄໍ່າຄືນຮອບຊີງຊະນະເລີດ. ພາບ: vov.vn

ດ້ວຍແຕ່ລະການແຂ່ງຂັນ, DIFF 2025 ນັບມື້ນັບໄດ້ຮັບການຈັດຕັ້ງນັບມື້ນັບມີແບບມີແຜນ ແລະເຫດການດັ່ງກ່າວໄດ້ກາຍເປັນເຄື່ອງໝາຍການຄ້າທີ່ພົ້ນເດັ່ນ, ໃນນັ້ນນະຄອນດ່ານັ້ງ, ແມ່ນຈຸດພົ້ນເດັ່ນທີ່ດຶງດູດນັກທ່ອງທ່ຽວ. ທ່ານນາງ ຫງວຽນທິແອັງທິ ຮອງປະທານຄະນະກໍາມະການປະຊາຊົນນະຄອນດ່ານັ້ງ ໃຫ້ຮູ້ວ່າ ໃນ 5 ປີຕໍ່ໜ້າ, DIFF ຈະສືບຕໍ່ຮັກສາບົດບາດແມ່ນກຳລັງໜູນສຳຄັນໃນການຊຸກຍູ້ການພັດທະນາຂະແໜງອຸດສາຫະກໍາວັດທະນະທຳ ແລະທ່ອງທ່ຽວຂອງນະຄອນດ່ານັ້ງ.

ໂດຍ: ເຈິ່ນຮວ່ຽນ