ຫວ່າງມໍ່ໆມານີ້, ວາລະສານ Time Out (ອັງກິດ) ໄດ້ປະກາດບັນຊີລາຍຊື່ “ຕອບ 50 ນະຄອນດີທີ່ສຸດໃນໂລກໃນປີ 2025”, ໃນນັ້ນ, ນະຄອນຮ່າໂນ້ຍ ໄດ້ຈັດອັນດັບທີ 21. ຕາມ Time Out ແລ້ວ, ຮ່າໂນ້ຍ ມີສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງ ແລະຜ່ານພຶດຕິກຳຕົວຈິງດ້ານວັດທະນະທໍາທີ່ເປັນເອກະລັກສະເພາະ. ເມື່ອຍ່າງອ້ອມເຂດຖະໜົນເກົ່າ, ນັກທ່ອງທ່ຽວບໍ່ພຽງແຕ່ສາມາດຊິມເຟີ, ບຸນຈ້າ, ເນມແລ່ນ ແລະອາຫານການກິນອື່ນໆຫຼາຍເຍື່ອງເທົ່ານັ້ນ, ຫາກຍັງສາມາດທ່ອງທ່ຽວຮ້ານກາເຟທີ່ເຊື່ອງຊ້ອນຢູ່ຕາມຊອຍນ້ອຍໆອີກດ້ວຍ. ວາລະສານສະບັບນີ້ເນັ້ນໜັກວ່າ, ນະຄອນຫຼວງ ຮ່າອະລິຍະທຳນັບພັນປີແມ່ນຖິ່ນກຳເນີດເກີດຂຶ້ນພື້ນຖານວັດທະນະທຳຂອງຊາດ, ມີລູກຫຼານດີເດັ່ນ, ນັກສິລະປິນທີ່ລັກສະນະສັນຍາລັກຂອງຫວຽດນາມ. ອາຫານການກິນ ຮ່າໂນ້ຍ ຍັງໄດ້ຮັບຄວາມນິຍົມຫຼາຍດ້ວຍບັນດາເຍື່ອງອາຫານທີ່ແຊບນົວທີ່ມີຊື່ສຽງ.

ການຖືກຈັດເຂົ້າໃນຕອບ 50 ນະຄອນດີທີ່ສຸດໃນໂລກໃນປີ 2025 ຂອງວາລະສານ Time Out ແມ່ນໜຶ່ງໃນບັນດານາມມະຍົດກ່ຽວກັບການທ່ອງທ່ຽວທີ່ນະຄອນຮ່າໂນ້ຍ ໄດ້ຮັບໃນໄລຍະມໍ່ໆມານີ້. ທ່ານນາງ ດັ້ງເຮືອງຢາງ ຫົວໜ້າພະແນກທ່ອງທ່ຽວຮ່າໂນ້ຍ ໃຫ້ຮູ້ວ່າ: “ການທ່ອງທ່ຽວນະຄອນຫຼວງນັບມື້ນັບໄດ້ຮັບການຢືນຢັນທີ່ຕັ້ງ, ຮູບພາບ ແລະເຄື່ອງໝາຍການຄ້າຂອງຕົນໃນພາກພື້ນ ກໍຄືໃນໂລກ. ປີ 2024, ຮ່າໂນ້ຍ ໄດ້ຮັບລາງວັນທ່ອງທ່ຽວສາກົນທີ່ສຳຄັນຫຼາຍຢ່າງ, ຄື: ຈຸດນັດພົບທ່ອງທ່ຽວນະຄອນແຖວໜ້າອາຊີ, ຈຸດນັດພົບທ່ອງທ່ຽວນະຄອນໃຫ້ການພັກສັ້ນແຖວໜ້າອາຊີ ແລະຈຸດນັດພົບວັດທະນະທຳແຖວໜ້າຫວຽດນາມ, ອົງການຄຸ້ມຄອງການທ່ອງທ່ຽວນະຄອນແຖວໜ້າໃນໂລກ... ນີ້ແມ່ນກຳລັງໜູນເພື່ອໃຫ້ພວກຂ້າພະເຈົ້າ ມານະພະຍາຍາມກວ່າອີກເພື່ອຍົກສູງທີ່ຕັ້ງຂອງການທ່ອງທ່ຽວຂອງນະຄອນຫຼວງ.”

leftcenterrightdel
ນັກທ່ອງທ່ຽວຕ່າງປະເທດຫໍ່ເຂົ້າຕົ້ມຢູ່ຮ່າໂນ້ຍ. ພາບ: qdnd.vn

ໃນໄລຍະຜ່ານມາ, ຂະແໜງທ່ອງທ່ຽວຮ່າໂນ້ຍ ໄດ້ຈັດຕັ້ງຫຼາຍເຫດການໃຫຍ່, ວິຊາຊີບ, ປະຈໍາປີ ຄື: ງານບຸນລະດູໃບໄມ້ຫຼົ່ນຮ່າໂນ້ຍ, ງານບຸນເສື້ອຍາວທ່ອງທ່ຽວຮ່າໂນ້ຍ, ງານບຸນຂອງຂວັນທ່ອງທ່ຽວຮ່າໂນ້ຍ... ນອກຈາກບັນດາຜະລິດຕະພັນພື້ນເມືອງທີ່ດຶງດູດນັກທ່ອງທ່ຽວແລ້ວ, ຮ່າໂນ້ຍ ຍັງພັດທະນາເສັ້ນທາງທ່ອງທ່ຽວຫຼາຍຢ່າງເພື່ອເຊື່ອມຕໍ່ຕົວເມືອງພາຍໃນກັບເຂດຊານເມືອງ, ຄື: ຜະລິດຕະພັນ “ເສັ້ນທາງມໍລະດົກທັງລອງໃຕ້” ດ້ວຍ 2 ເສັ້ນທາງແມ່ນ: ເສັ້ນທາງຮ່າໂນ້ຍ-ແທງອວາຍ-ອືງຮວ່າ-ມີ້ດຶກ ແລະເສັ້ນທາງແທງຈີ່-ເທື່ອງຕິນ-ຝູຊວຽນ; ການທ່ອງທ່ຽວຊຸມຊົນ “ກັບຄືນເມືອບ້ານມ່ຽນ” (ບາວີ), ການທ່ອງທ່ຽວຊົນນະບົດ ຕິກຢາງ (ຟຸກທໍ້)… ບັນດາໂຄງການ ແລະກິດຈະກຳດັ່ງກ່າວ ໄດ້ປະກອບສ່ວນດຶງດູດນັກທ່ອງທ່ຽວມານະຄອນຫຼວງ.

ໃນປີ 2024, ຈຳນວນນັກທ່ອງທ່ຽວມາ ຮ່າໂນ້ຍ ບັນລຸ 27,86 ລ້ານເທື່ອຄົນ, ເພີ່ມຂຶ້ນ 12,7% ເມື່ອທຽບໃສ່ປີ 2023, ໃນນັ້ນມີນັກທ່ອງທ່ຽວສາກົນ 6,35 ລ້ານເທື່ອຄົນ, ເພີ່ມຂຶ້ນ 34,4% ເມື່ອທຽບໃສ່ປີ 2023 ແລະມີນັກທ່ອງທ່ຽວພາຍໃນປະເທດ 21,51 ລ້ານເທື່ອຄົນ, ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ປີ 2023. ລາຍຮັບຈາກນັກທ່ອງທ່ຽວບັນລຸປະມານ 110,52 ພັນຕື້ດົ່ງ, ເພີ່ມຂຶ້ນ 18,3% ເມື່ອທຽບໃສ່ປີ 2023.

ໃນໂອກາດບຸນປີໃໝ່ປະຈໍາຊາດ ປີ ມະເສັງ 2025, ເພື່ອແນໃສ່ຮັບໃຊ້ປະຊາຊົນ, ແຂກທ່ອງທ່ຽວຢູ່ພາຍໃນ ແລະຕາງປະເທດ, ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງລາຍການສະແດງສິລະປະຫຼາຍຢ່າງໃນບໍລິເວນນະຄອນຫຼວງໃນຕອນຄືນສົ່ງປີເກົ່າຕ້ອນຮັບປີໃໝ່, ຢູ່ເຂດສະໜາມຫຼວງ ດົງກີງເຫງ້ຍທຸກ, ສວນດອກໄມ້ວິຫານ ບ່າກ້ຽວ,  ສວນສາທາລະນະ ທົງເຍິດ...

ທ່ານນາງ ເຈີ່ນທິທຸຍລານ, ຮອງຫົວໜ້າຄະນະຄຸ້ມຄອງໜອງຮ່ວານກ໋ຽມ ແລະຖະໜົນເກົ່າຮ່າໂນ້ຍ ໃຫ້ຮູ້ວ່າ: ກ່ອນ, ໃນໄລຍະ ແລະພາຍຫຼັງບຸນປີໃໝ່ປະຈໍາຊາດ, ບັນດາເຂດທ່ອງທ່ຽວ ແລະສະຖານທີ່ທ່ອງທ່ຽວຢູ່ເມືອງ ຮ່ວານກ໋ຽມ ຈັດຕັ້ງບັນດາລາຍການ “ເຕັດຫວຽດ-ເຕັດຖະໜົນ 2025” ທີ່ມີບັນດາການເຄື່ອນໄຫວທີ່ຫຼາຍຮູບຫຼາຍແບບ, ເຕັມໄປດ້ວຍເອກະລັກວັດທະນະທຳພື້ນເມືອງ, ຊ່ວຍໃຫ້ແຂກທ່ອງທ່ຽວສາມາດຜ່ານພຶດຕິກຳຕົວຈິງໃນບັນຍາກາດບຸນເຕັດຮ່າໂນ້ຍ ເກົ່າ.

ຄຽງຂ້າງນັ້ນ, ຮ່າໂນ້ຍ ຍັງຍູ້ແຮງການໂຄສະນາເຜີຍແຜ່, ເຊື່ອມໂຍງລະຫວ່າງບັນດາແຂວງ, ນະຄອນ ເພື່ອສ້າງເສັ້ນທາງທ່ອງທ່ຽວລະຫວ່າງພາກພື້ນ; ຍູ້ແຮງການຫັນເປັນດີຈີຕອນໃນການຄຸ້ມຄອງ ແລະກໍ່ສ້າງຜະລິດຕະພັນ... ດ້ວຍບັນດາມາດຕະການທີ່ສອດຄ່ອງ ແລະມີຫົວຄິດປະດິດສ້າງ, ການທ່ອງທ່ຽວຮ່າໂນ້ຍ ຫວັງວ່າຈະສືບຕໍ່ຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງໃນແຜນທີ່ການທ່ອງທ່ຽວຂອງໂລກ, ໂຄສະນາຮູບພາບຂອງນະຄອນຫຼວງ ແລະຂອງປະເທດໃນສັງກາດພັດທະນາໃໝ່.

ໂດຍ: ຈາງຫງວຽນ