ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 4 ລ້ານເທື່ອຄົນໃນ 2 ເດືອນຕົ້ນປີ 2025
ກປ.ອອນໄລ - ຂໍ້ມູນຈາກກົມທ່ອງທ່ຽວແຫ່ງຊາດຫວຽດນາມ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ) ໃຫ້ຮູ້ວ່າ ໃນ 2 ເດືອນຕົ້ນປີ 2025, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 4 ລ້ານເທື່ອຄົນ, ເພີ່ມຂຶ້ນ 30,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
    |
 |
ນັກທ່ອງທ່ຽວສາກົນມາຢ້ຽມຢາມວັດບ໊າຍດິ໊ງ (ແຂວງນີງບິ່ງ) ໃນໂອກາດຕົ້ນປີ 2025. ພາບ: ມີງເດື່ອງ |
ເປັນໜ້າເອົາໃຈໃສ່, ຕະຫຼາດນັກທ່ອງທ່ຽວຈາກ ຈີນ ສືບຕໍ່ເຕີບໂຕຢ່າງແຂງແຮງ 77,8%, ໃນຂະນະນັ້ນບັນດາຕະຫຼາດອື່ນກໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ: ສ.ເກົາຫຼີ ເພີ່ມຂຶ້ນ 4,9%, ໄທເປຈີນ ເພີ່ມຂຶ້ນ 10,1%, ອາເມລິກາ ເພີ່ມຂຶ້ນ 15,7%, ຍີ່ປຸ່ນ ເພີ່ມຂຶ້ນ 37,3%. ແນໃສ່ດຶງດູດນັກທ່ອງທ່ຽວສາກົນ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫາກໍ່ປະກາດໃຊ້ໂຄງການຊຸກຍູ້ການພັດທະນາການທ່ອງທ່ຽວໃນປີ 2025 ດ້ວຍຫົວຂໍ້ “ຫວຽດນາມ - ກ້າວເດີນເພື່ອຄວາມຮັກ”.
ໂດຍ: ເຈິ່ນຮວ່ຽນ