leftcenterrightdel
ຄະນະປະຕິບັດງານຖະຫວາຍທູບທຽນຢູ່ອະນຸສອນສະຖານປະທານໂຮ່ຈີມິນ. ພາບ: thainguyen.gov.vn

ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ, ທ່ານນາງ ຄຳເພົາ ເອີນທະວັນ ພ້ອມດ້ວຍຄະນະປະຕິບັດງານ ໄດ້ແຈ້ງຜົນງານ ເຊິ່ງສະຖານທູດລາວ ປະຈຳ ຫວຽດນາມ ບັນລຸໄດ້ໃນຊຸມປີຜ່ານມາຕໍ່ດວງວິນຍານຂອງເພິ່ນ. ບັນດາຜູ້ແທນໃນຄະນະຍັງສະແດງຄວາມຮູ້ບຸນຄຸນ ແລະຄວາມເຄົາລົບນັບຖືຕໍ່ປະທານໂຮ່ຈີມິນ. ເພີ່ນໄດ້ພ້ອມກັບປະທານ ສຸພານຸວົງ, ປະທານ ໄກສອນ ພົມວິຫານ ແລະການນຳປະຕິວັດສອງປະເທດ ໄດ້ກໍ່ສ້າງພື້ນຖານ, ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງ ແລະການນຳ, ນັກຮົບປະຕິວັດ ແລະປະຊາຊົນສອງປະເທດຫວຽດນາມ ແລະລາວ ລຸ້ນຕ່າງໆໄດ້ພັດທະນາກາຍເປັນສາຍພົວພັນທີ່ສັດຊື່ບໍລິສຸດຜຸດຜ່ອງ, ພິເສດ, ຫາຍາກ, ແມ່ນຊັບສົມບັດອັນລ້ຳຄ່າຂອງປະຊາຊົນສອງປະເທດ.

leftcenterrightdel
ຄະນະປະຕິບັດງານຖ່າຍຮູບທີ່ລະນຶກຢູ່ອະນຸສອນສະຖານປະທານໂຮ່ຈີມິນ. ພາບ: thainguyen.gov.vn

ຕໍ່ໜ້າດວງວິນຍານຂອງປະທານໂຮ່ຈີມິນ, ຄະນະຜູ້ແທນ ໝັ້ນໝາຍຈະຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ກ່ຽວກັບການກໍ່ສ້າງນໍ້າໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມືສາກົນ; ພ້ອມທັງຈະສືບຕໍ່ປະຕິບັດຕາມແບບຢ່າງຂອງລຸ້ນພໍ່ລຸ້ນອ້າຍ ໃນການປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ ເວົ້າລວມ ແລະລະຫວ່າງແຂວງທ໊າຍຫງວຽນ ກັບປະເທດລາວ ເວົ້າສະເພາະຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານນາງ ຄຳເພົາ ເອີນທະວັນ ພ້ອມດ້ວຍຜູ້ແທນ ຢ້ຽມຊົມເຂດປູຊະນີຍະສະຖານປະວັດສາດ ຕູບ ຕິນແກ້ວ. thainguyen.gov.vn

ຕໍ່ຈາກນັ້ນ, ຄະນະຜູ້ແທນຍັງໄປຖະຫວາຍທູບທຽນອາໄລຫາພົນເອກ ຫວໍງວຽນຢາບ ຢູ່ເຂດປູຊະນີຍະສະຖານປະຫວັດສາດ ພູໂດນ ໃນບ້ານຕິນແກ້ວ, ຕາແສງຝູດິ່ງ (ເມືອງດິ້ງຮວ໊າ). ຄະນະຜູ້ແທນ ຍັງໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ ຕູບຕິນແກ້ວ ຢູ່ຕາແສງຝູດິ່ງ, ເມືອງດິ້ງຮວ໊າ - ເຊິ່ງແມ່ນສະຖານທີ່ທີ່ລຸງໂຮ່, ສູນກາງພັກ, ລັດຖະບານ ໄດ້ປະຊຸມ, ຊີ້ນຳ ແລະປຶກສາຫາລືແຜນການສູ້ຮົບລະດູໜາວ - ລະດູບານໃໝ່ (1953 - 1954).

ໂດຍ: ທູຈາງ