ເມື່ອຍັງມີຊີວິດຢູ່, ປະທານ ໂຮ່ຈີມິນ ໄດ້ຢືນຢັນວ່າ “ວັດທະນະທຳເຍືອງທາງ ໃຫ້ຊົນຊາດເດີນຕາມ”. ໂດຍໄດ້ແຫຼ່ງບັນດານໃຈດ້ານສິລະປະຈາກຄໍາສັ່ງສອນນັ້ນ, ລາຍການໄດ້ຈັດເປັນ 3 ພາກ ດ້ວຍຫົວຂໍ້ ຄື: “ແສງສະຫວ່າງເຍືອງທາງ”, “ແສງສະຫວ່າງນະວັດຕະກຳ” ແລະ “ສັງກາດແສງສະຫວ່າງ”; ຜ່ານພາສາ ແລະການສະແດງສິລະປະ, ບົດເພງສະແດງໃຫ້ເຫັນຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ ແລະຄວາມຮັກແພງຕໍ່ພັກ, ບົດເພງຊົມເຊີຍລະດູບານໃໝ່ ສະແດງໃຫ້ເຫັນຄວາມຄາດຫວັງ-ຄາດຫວັງຢາກບືນຕົວຂຶ້ນເພື່ອຄວາມຈະເລີນຮຸ່ງເຮືອງ, ວັດທະນາຖາວອນ,  ຄວາມຍືນຍົງຄົງຕົວຂອງຊາດ, ຄວາມຜາສຸກຂອງປະເທດຊາດ.

leftcenterrightdel
ລາຍການສະແດງສິລະປະ: “95 ປີ - ແສງສະຫວ່າງເຍືອງທາງ”. ພາບ: qdnd.vn

ລາຍການມີຄວາມໝາຍຢ່າງໃຫຍ່ຫຼວງ, ໂຄສະນາເຜີຍແຜ່ໃຫ້ທຸກຊັ້ນຄົນກ່ຽວກັບຄວາມຮັກແພງຕໍ່ບ້ານເກີດເມືອງນອນ, ປະເທດຊາດ, ຄວາມເອກອ້າງທະນົງໃຈຂອງຊາດ ແລະມູນເຊື້ອການປະຕິວັດ ໂດຍພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະຜົນງານທີ່ເປັນໜ້າສົ່ງເສີມທາງດ້ານເສດຖະກິດ-ສັງຄົມ, ວັດທະນະທຳ, ການສຶກສາ... ຂອງຫວຽດນາມ; ພ້ອມທັງເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະຕິບັດກິດຈະການປ່ຽນແປງໃໝ່ປະເທດຊາດໃຫ້ສຳເລັດ.

ໂດຍ: ທູຈາງ