ເຜີຍແຜ່ວັດທະນະທຳຫວຽດນາມ ຢູ່ງານຕະຫຼາດນັດປຶ້ມສາກົນຢູ່ ກູບາ
(VOV5) - ບັນດາປຶ້ມກ່ຽວກັບວັດທະນະທຳ, ປະຫວັດສາດ, ປະທານໂຮ່ຈີມິນ ແລະບັນດາຮູບພາບກ່ຽວກັບປະເທດຫວຽດນາມ ໄດ້ດຶງດູດຜູ້ອ່ານກູບາ ແລະສາກົນເປັນຈຳນວນຫຼວງຫຼາຍ.
ເປີດແຕ່ວັນທີ 13-23 ກຸມພາ, ງານຕະຫຼາດນັດປຶ້ມສາກົນ ລາຮາບານາ, ປະເທດກູບາ, ຄັ້ງທີ 33, ດ້ວຍການເຂົ້າຮ່ວມຫຼາຍກວ່າ 40 ປະເທດ, ໃນນັ້ນມີ ຫວຽດນາມ ແລະແຂກຖືກເຊີນສາກົນ 400 ຄົນ, ໄດ້ນຳມາໃຫ້ຜູ້ຮັກປຶ້ມ 2,4 ລ້ານກວ່າຫົວ ແລະ 1.200 ຜະລິດຕະພັນວັນນະຄະດີໃໝ່ໃນຮູບແບບດີຈີຕອນ.
    |
 |
ບັນຍາກາດຄຶກຄື້ນຢູ່ຮ້ານວາງສະແດງຂອງສຳນັກພິມຈຳໜ່າຍເດືອນເມສາຂອງກູບາ. ພາບ: ສໍານັກຂ່າວສານຫວຽດນາມ |
ງານຕະຫຼາດນັດປຶ້ມສາກົນລາຮາບານາ ໃນຄັ້ງນີ້, ໄດ້ຈັດຂຶ້ນປະຈຳປີຢູ່ ລາຄາບານາ, ຢູ່ນະຄອນຫຼວງ ລາຮາບານາ. ນັກທ່ອງທ່ຽວຫຼາຍຄົນທີ່ເຂົ້າຮ່ວມງານຕະຫຼາດນັດປຶ້ມໄດ້ສະແດງຄວາມປະທັບໃຈຕໍ່ຄວາມຫຼາກຫຼາຍຂອງປຶ້ມຫວຽດນາມ, ແບ່ງປັນຄວາມຮັກແພງໃນການຊອກຮູ້ກ່ຽວກັບວັດທະນະທຳ ແລະປະຫວັດສາດຂອງຫວຽດນາມ. ທ່ານນາງ Yuzaima Villena ຊາວກູບາ ໃຫ້ຮູ້ວ່າ: “ດີໃຈຫຼາຍຜ່ານປຶ້ມຫົວຕ່າງໆທີ່ນຳມາວາງສະແດງຂາຍຢູ່ທີ່ນີ້, ປະຊາຊົນກູບາ ແລະເພື່ອນມິດສາກົນຈະເຂົ້າໃຈກ່ຽວກັບປະເທດ ແລະຊາວຫວຽດນາມ ຕື່ມອີກ”.
ທ່ານ ຟ້າມຕ໊ວນຫວູ, ຮອງຫົວໜ້າກົມພິມຈຳໜ່າຍ, ພິມ ແລະຈໍາໜ່າຍຂອງກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໃຫ້ຮູ້ວ່າ: “ມີປຶ້ມເກືອບ 200 ຫົວ ກ່ຽວກັບປະທານໂຮ່ຈີມິນ, ປະເທດ ແລະຊາວຫວຽດນາມ ທີ່ງານຕະຫຼາດນັດປຶ້ມສາກົນ ລາຮາບານາ ຄັ້ງທີ 33, ຫວຽດນາມ ຢາກແນະນຳ ແລະໂຄສະນາວັດທະນະທຳ ແລະຜົນງານປ່ຽນແປງໃໝ່ຂອງປະເທດໃຫ້ເພື່ອນມິດກູບາ ເວົ້າສະເພາະ ແລະອາເມລິກາລາຕິນ ເວົ້າລວມ”.
ໂດຍ: ສຸກສະຫວັນ ສຸວັນນະລາດ