leftcenterrightdel
ວັນບຸນຖະຫວາຍທູບທຽນຢູ່ວິຫານ ຮາຍບ່າຈຶງ. ພາບ: vov.vn

ວັນທີ 9 ກຸມພາ, ວັນບຸນຖະຫວາຍທູບທຽນວິຫານບູຊາ ຮາຍບ່າຈຶງ ໄດ້ດຳເນີນຢູ່ ບ້ານໂທ້ງເຍິດ, ຕາແສງຈຽງເຄືອງ, ເມືອງຊົງມ້າ, ແຂວງເຊີນລາ. ນີ້ແມ່ນຈຸດຄວາມງາມທາງດ້ານວັດທະນະທຳໃນການຊີວິດດ້ານຈິດວິນຍານ, ສະແດງໃຫ້ເຫັນຄວາມເຄົາລົບນັບຖື, ມຸ່ງໄປສູ່ກົກເຄົ້າເຫງົ້າກໍ, ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຂອງວິລະສັດຕີ ສອງພະນາງຂອງຊາດທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະປະຊາຊົນ. ວັນບຸນຖະຫວາຍທູບທຽນວິຫານຮາຍບ່າຈຶງ ແມ່ນເຫດການທາງດ້ານວັດທະນະທຳທີ່ສຳຄັນຂອງເມືອງຊາຍແດນຊົງທ້າ. ນີ້ແມ່ນໂອກາດເພື່ອໃຫ້ຊາວທ້ອງຖິ່ນສະແດງໃຫ້ເຫັນຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ສອງພະນາງ.

ທ່ານ ຫງວຽນດຶກທຽນ, ຮອງປະທານຄະນະກຳມະການປະຊາຊົນເມືອງ ຊົງມ້າ, ແຂວງເຊີນລາ ໃຫ້ຮູ້ວ່າ: ພວກຂ້າພະເຈົ້າກຳນົດວັນບຸນຖະຫວາຍທູບທຽນວິຫານບູຊາ ຮາຍບ່າຈຶງ ບໍ່ພຽງແຕ່ແມ່ນການເຄື່ອນໄຫວເຊື່ອຖືເຫຼື້ອມໄສເທົ່ານັ້ນ ຫາກຍັງແມ່ນເຫດການທາງດ້ານວັດທະນະທຳ, ການທ່ອງທ່ຽວທີ່ມີຄວາມສາມາດບົ່ມຊ້ອນອີກດ້ວຍ. ໃນໄລຍະຈະມາເຖິງ, ທາງເມືອງຈະສືບຕໍ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຍົກລະດັບເຂດວິຫານບູຊາ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ແຂກທ່ອງທ່ຽວມາເຂົ້າຮ່ວມວັນບຸນ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ