ຕາມນັ້ນແລ້ວ, ຈຳນວນແຂກທີ່ມາພັກຢູ່ບັນດາສະຖານທີ່ພັກເຊົາໃນບໍລິເວນແຂວງບັນລຸກວ່າ 12.000 ເທື່ອຄົນ. ຍອດລາຍຮັບຈາກການເຄື່ອນໄຫວທ່ອງທ່ຽວໃນຊຸມວັນບຸນເຕັດ ບັນລຸ 77 ຕື້ດົ່ງ. ເພື່ອຮັບໃຊ້ນັກທ່ອງທ່ຽວໃນໂອກາດບຸນເຕັດ, ຄະນະກຳມະການປະຊາຊົນແຂວງດ້ຽນບຽນ ໄດ້ຊີ້ນຳບັນດາພະແນກ, ຄະນະ, ຂະແໜງການ ແລະທ້ອງຖິ່ນຜັນຂະຫຍາຍວຽກງານກະກຽມຢ່າງຮອບຄອບຖີ່ຖ້ວນ, ຮັບປະກັນພື້ນຖານດ້ານວັດຖຸ ແລະການບໍລິການດີທີ່ສຸດໃຫ້ແກ່ນັກທ່ອງທ່ຽວ.

leftcenterrightdel
ນັກທ່ອງທ່ຽວຢ້ຽມຊົມ, ເຂົ້າຮ່ວມການແຂ່ງຂັນຫໍ່ເຂົ້າຕົ້ມ. ພາບ: qdnd.vn

ຢູ່ເຂດປູຊະນີຍະສະຖານປະຫວັດສາດ, ທັດສະນີຍະພາບ ແລະສະຖານທີ່ທ່ອງທ່ຽວຫຼາຍແຫ່ງຂອງແຂວງຍັງເປີດປະຕູ ເພື່ອຮັບໃຊ້ນັກທ່ອງທ່ຽວ. ພິເສດ, ຢູ່ເມືອງ ດ້ຽນບຽນດົງ, ຕວນຢ໊າວ, ນ້ຳໂປ ແລະນະຄອນດ້ຽນບຽນຝູ... ຍັງຈັດຕັ້ງບັນດາການເຄື່ອນໄຫວ, ເຫດການທີ່ເປັນເອກະລັກສະເພາະໃນລະດູບານໃໝ່ດ້ວຍການເຄື່ອນໄຫວວັດທະນະທຳພື້ນເມືອງ, ສິລະປະພື້ນເມືອງ, ງານບຸນຊົນເຜົ່າ, ກິລາກາຍຍະກໍາ, ຄື: ຊົນງົວ, ການແຂ່ງຂັນຫໍ່ເຂົ້າຕົ້ມ, ຕຳເຂົ້າໝົມໄຢ່, ລາຍການສະແດງແຄນຂອງຊາວເຜົ່າມົ້ງ, ການປະກວດຊຸດອາພອນພື້ນເມືອງ, ແກວ່ງໝາກຄອນ, ສະແດງສິລະປະຕາມທ້ອງຖະໜົນ,... ໄດ້ດຶງດູດນັກທ່ອງທ່ຽວນັບພັນຄົນ, ສ້າງບັນຍາກາດທີ່ເບີກບານມ່ວນຊື່ນ, ຟົດພື້ນໃນຍາມຕົ້ນປີໃໝ່.

leftcenterrightdel
ນັກທ່ອງທ່ຽວ ຢ້ຽມຊົມ, ຖ່າຍຮູບຢູ່ຫຼັກໝາຍຊາຍແດນລະຫວ່າງສາມປະເທດຫວຽດນາມ-ລາວ-ຈີນ ຢູ່ບ້ານອາປາຈ໋າຍ, ຕາແສງ ຊິ່ນເທົ່າ, ເມືອງແຍ໊, ແຂວງດ້ຽນບຽນ. ພາບ: qdnd.vn
leftcenterrightdel
ນັກທ່ອງທ່ຽວ ຢ້ຽມຊົມ, ຖ່າຍຮູບເມື່ອມາທ່ຽວຢູ່ແຂວງດ້ຽນບຽນ. ພາບ: qdnd.vn

ເລື່ອງຜັນຂະຫຍາຍບັນດາການເຄື່ອນໄຫວທ່ອງທ່ຽວທີ່ມີຊີວິດຊີວາໃນໂອກາດບຸນເຕັດແມ່ນເພື່ອແນໃສ່ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງ, ຊຸກຍູ້ການພັດທະນາເສດຖະກິດຂອງທ້ອງຖິ່ນ, ເປັນຕົ້ນແມ່ນໃນສະພາບຄວາມຕ້ອງການດ້ານການທ່ອງທ່ຽວນັບມື້ນັບເພີ່ມຂຶ້ນໃນປະຈຸບັນ.

ໂດຍ: ທູຈາງ